
ການຫັນປ່ຽນດິຈິຕອນ ແລະ ວາລະດິຈິຕອນຂອງ EU ພາຍໃຕ້ໂຄງການ EU4Lao ທີ່ມະຫາວິທະຍາໄລຈຳປາສັກ, ສ.ປ.ປ. ລາວ
📣 ໃນວັນທີ 4-15/05/2026, ຄູອາຈານໄດ້ສິດສອນວິຊາ “ການຫັນປ່ຽນດິຈິຕອນ ແລະ ວາລະດິຈິຕອນຂອງ EU” ທີ່ມະຫາວິທະຍາໄລຈຳປາສັກເປັນສ່ວນໜຶ່ງຂອງໂຄງການ EU4Lao. ການສິດສອນວິຊາດັ່ງກ່າວໄດ້ສົ່ງເສີມການຮ່ວມມືສາກົນ ແລະ ການແລກປ່ຽນທາງວິຊາການລະຫວ່າງ ມະຫາວິທະຍາໄລ ຈຳປາສັກ, ສປປ ລາວ ແລະ ຄູ່ຮ່ວມງານເອີຣົບ ພາຍໃຕ້ໂຄງການ EU4Lao. ເພື່ອເສີມຂະຫຍາຍຄວາມເຂົ້າໃຈຂອງນັກສຶກສາກ່ຽວກັບນະວັດຕະກໍາດິຈິຕອນ ແລະ ເຕັກໂນໂລຊີທີ່ທັນສະໄໝໃນການສຶກສາຊັ້ນສູງ.
ການສິດສອນມີຈຸດປະສົງເພື່ອ:
- ໃຫ້ນັກສຶກສາມີຄວາມຮູ້ກ່ຽວກັບຍຸດທະສາດການຫັນປ່ຽນດິຈິຕອນ,
- ການຄຸ້ມຄອງດິຈິຕອນ,
- ຄວາມປອດໄພທາງໄຊເບີ,
- ປັນຍາປະດິດ,
- ບົດບາດຂອງສະຫະພາບເອີຣົບໃນການສົ່ງເສີມການພັດທະນາດິຈິຕອນ ແລະ ການສຶກສາແບບຍືນຍົງ.
📣 ການສິດສອນດັ່ງກ່າວຍັງສະໜັບສະໜູນການພັດທະນາຊັບພະຍາກອນມະນຸດທີ່ມີຄວາມສາມາດໃນການປັບຕົວເຂົ້າກັບການພັດທະນາເສດຖະກິດດິຈິຕອນ ແລະ ອຸດສາຫະກໍາ 4.0 ອີກດ້ວຍ. ຄວາມຄາດຫວັງຂອງການລິເລີ່ມການສອນວິຊາດັ່ງກ່າວນີ້, ລວມມີການສ້າງສະພາບແວດລ້ອມການຮຽນຮູ້ທີ່ທັນສະໄໝ, ການເພີ່ມຄວາມຮັບຮູ້ຂອງນັກສຶກສາກ່ຽວກັບໂອກາດ ແລະ ສິ່ງທ້າທາຍດ້ານດິຈິຕອນ. ຜ່ານການບັນຍາຍໃນການສິດສອນ ແລະ ກິດຈະກຳປະຕິບັດຕົວຈິງ, ນັກສຶກສາໄດ້ຮັບການຊຸກຍູ້ໃຫ້ນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນການສຶກສາຢ່າງເລິກເຊິ່ງ.
📣 ຜົນສຳເລັດຜ່ານການຈັດຕັ້ງປະຕິບັດການສິດສອນວິຊາດັ່ງກ່າວຢູ່ມະຫາວິທະຍາໄລຈຳປາສັກ. ນັກສຶກສາໄດ້ສະແດງໃຫ້ເຫັນເຖິງທັກສະດິຈິຕອນທີ່ດີຂຶ້ນ, ການເຮັດກິດຈະກຳ, ການມີສ່ວນຮ່ວມໃນການຮຽນຮູ້ທີ່ອີງໃສ່ເຕັກໂນໂລຊີຫຼາຍຂຶ້ນ, ແລະ ຄວາມຮັບຮູ້ທີ່ເພີ່ມຂຶ້ນກ່ຽວກັບຄວາມປອດໄພທາງໄຊເບີ ແລະ ເຕັກໂນໂລຊີເອໄອ. ນອກນັ້ນ, ຍັງຊ່ວຍເສີມສ້າງການຮ່ວມມືລະຫວ່າງອາຈານ, ນັກສຶກສາ, ແລະ ເຄືອຂ່າຍການສຶກສາທີ່ໄດ້ຮັບການສະໜັບສະໜູນຈາກ EU, ເຊິ່ງປະກອບສ່ວນເຂົ້າໃນຄວາມກ້າວໜ້າຂອງການຫັນປ່ຽນດິຈິຕອນໃນການສຶກສາຊັ້ນສູງໃນລາວເວົ້າລວມ, ເວົ້າສະເພາະຢູ່ພາຍໃນມະຫາວິທະຍາໄລ ຈຳປາສັກ.
Digital Transformation and the EU’s Digital Agenda under the EU4Lao Project at the University of Champasak, Lao PDR
- On 4-15 May 2026, the course “Digital Transformation and the EU’s Digital Agenda” at the University of Champasak is part of the EU4Lao project. The course promotes international cooperation and academic exchange between the University of Champasak, Lao PDR and European partners under the EU4Lao project. To enhance students’ understanding of digital innovation and modern technologies in higher education.
The aim is to provide students with:
🤝 Knowledge of digital transformation strategies,
🤝 Digital governance,
🤝 Cybersecurity,
🤝 Artificial intelligence,
🤝 The role of the European Union in promoting digital development and sustainable education.
- The course also supports the development of human resources capable of adapting to the development of the digital economy and Industry 0. The expectations of this teaching initiative include creating a modern learning environment, increasing students’ awareness of digital opportunities and challenges. Through lectures and practical activities, students are encouraged to use digital technologies in their studies.
- The success of the implementation of this teaching at the University of Champasak. Students have demonstrated improved digital skills, increased activity, participation in technology-based learning, and increased awareness of cybersecurity and AI technologies. It also helps to strengthen cooperation between teachers, students, and EU-supported educational networks, contributing to the advancement of digital transformation in higher education in Laos in general, and within the University of Champasak in particular.
ທ່ານສາມາດຕິດຕາມຂ່າວສານຂອງໂຄງການໄດ້ທີ່:
website: EU4Laos.com

