ຍິນດີຕ້ອນຮັບ ສູ່ເວັບໄຊມະຫາວິທະຍາໄລ ຈຳປາສັກ

 

 759410094 1815049626124606 2256745199533836415 n

🎉 ມະຫາວິທະຍາໄລ ຈຳປາສັກ ສຳເລັດການເຂົ້າຮ່ວມທັດສະນະສຶກສາ ແລະ ກອງປະຊຸມບໍລິຫານໂຄງການ RESET ໃນຖານະຜູ້ປະສານງານຫຼັກ (Project Coordinator) ຂອງໂຄງການ ພາຍໃຕ້ແຜນງານ Erasmus+ (CBHE) ລະຫວ່າງວັນທີ 21–24/07/2026 ທີ່ ມະຫາວິທະຍາໄລ Alicante ປະເທດສະເປນ

ການເຂົ້າຮ່ວມໃນຄັ້ງນີ້ ນຳໂດຍ ທ່ານ ປອ. ນ. ພອນສະຫວັນ ເທບພະສຸລິທອນ ຜູ້ອຳນວຍການ ມະຫາວິທະຍາໄລ ຈຳປາສັກ ພ້ອມດ້ວຍຄະນະທີມງານໂຄງການ ຈຳນວນ 6 ທ່ານ.

ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມບັນດາຄູ່ຮ່ວມໂຄງການຈາກ 5 ມະຫາວິທະຍາໄລຫຼັກຂອງ ສປປ ລາວ, ຄະນະນຳຈາກກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູ່ຮ່ວມງານຈາກປະເທດໃນທະວີບເອີຣົບ ເພື່ອທົບທວນຜົນການດຳເນີນງານ, ຕິດຕາມຄວາມຄືບໜ້າຂອງແຜນວຽກ ແລະ ຮ່ວມກັນວາງທິດທາງການດຳເນີນງານໃນໄລຍະຕໍ່ໄປ.

ນອກຈາກນັ້ນ ຄະນະຜູ້ເຂົ້າຮ່ວມຍັງໄດ້ສຶກສາ ແລະ ແລກປ່ຽນປະສົບການດ້ານການບໍລິຫານງານຄົ້ນຄວ້າວິໄຈ, ການສົ່ງເສີມນະວັດຕະກຳ, ການພັດທະນາສັກຍະພາບດ້ານການຄົ້ນຄວ້າ ແລະ ການສ້າງຄວາມຮ່ວມມືລະຫວ່າງມະຫາວິທະຍາໄລກັບພາກອຸດສາຫະກຳ.

ຫຼັງຈາກສຳເລັດກິດຈະກຳທີ່ປະເທດສະເປນແລ້ວ ຄະນະໂຄງການ RESET ຈະສືບຕໍ່ເຂົ້າຮ່ວມທັດສະນະສຶກສາ ແລະ ແລກປ່ຽນຮຽນຮູ້ ທີ່ມະຫາວິທະຍາໄລ Freiburg ປະເທດເຢຍລະມັນ ໃນລະຫວ່າງວັນທີ 27–30/07/2026 ເພື່ອສືບຕໍ່ຍົກລະດັບຄຸນນະພາບການຄົ້ນຄວ້າ ແລະ ການຮ່ວມມືສາກົນຂອງມະຫາວິທະຍາໄລ.

 

ຮູບພາບເພີ່ມເຕີມ

เมนูหลัก

ຂ່າວປະຊາສຳພັນ

วันพฤหัสบดี, 13 สิงหาคม 2569 05:04

🎓 ມະຫາວິທະຍາໄລຈຳປາສັກ ເປີດຮັບນັກສຶກສາໃໝ່ ປະຈຳສົກຮຽນ 2026–2027!

ສະຖິຕິເວັບໄຊ

00002000
Today: 18
This Week: 90
This Month: 71

ຈຳນວນຜູ້ເຂົ້ງຊົມເວັບໄຊ

มี 511 ผู้มาเยือน และ ไม่มีสมาชิกออนไลน์ ออนไลน์

ribbon top right