ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

 WhatsApp Image 2025 04 23 at 08.57.15 2

 [Scroll down for English

ກອງປະຊຸມໃຫຍ່ຄັ້ງທີ 1 ຂອງໂຄງການ REAL
ໂຄງການ REAL: ການປະຕິຮູບການສຶກສາຊັ້ນສູງໃນລາວ: ການສ້າງຕັ້ງວັດທະນະທໍາຂອງການຮັບປະກັນຄຸນນະພາບພາຍໃນຮອບດ້ານທີ່ຈໍາເປັນສໍາລັບການຈັດຕັ້ງປະຕິບັດການຮຽນ-ການສອນທີ່ເນັ້ນໃສ່ຜົນໄດ້ຮັບຂອງຜູ້ຮຽນເປັນຫຼັກ. ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜຸນຈາກ ສະຫະພາບເອີລົບ ພາຍໃຕ້ຂອບໂຄງການ Erasmus+CBHE.
ຄູ່ຮ່ວມໂຄງການປະກອບມີ: ກະຊວງສຶກສາທິການ ແລະ ກິລາ (ສສກ), ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລ ສຸພານຸວົງ (ມສ), ມະຫາວິທະຍາໄລ ຈໍາປາສັກ (ມຈ), ມະຫາວິທະຍາໄລ ສະຫວັນນະເຂດ (ມຂ), ມະຫາວິທະຍາໄລ ໂກຣນິ່ງເຈນ, ປະເທດໂຮນລັງ, ມະຫາວິທະຍາໄລ ວິຊາຊີບມາດຣິດ, ປະເທດແອັດສະປາຍ, ມະຫາວິທະຍາໄລ ປອຍຕີເຢ, ປະເທດຝຣັ່ງ ເເລະ ສະມາຄົມນັກການສຶກສາ ເເລະ ຜູ້ຊ່ຽວຊານດ້ານການປະຕິຮູບການສຶກສາ, ປະເທດແອັດສະປາຍ. 
ມະຫາວິທະຍາໄລ ຈໍາປາສັກ ມີຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 1 ຂອງໂຄງການ REAL ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 31 ມີນາ ຫາ 2 ເມສາ 2025 ທີ່ຜ່ານມາທີ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ, ນະຄອນຫຼວງວຽງຈັນ, ເຊິ່ງນໍາພາໃນການເຂົ້າຮ່ວມໃນຄັ້ງນີ້ໂດຍ ທ່ານ ປອ ນ. ພອນສະຫວັນ ເທບພະສຸລິທອນ ອະທິການບໍດີ, ທ່ານ ປທ ນ. ນົງຄານ ພັນທະນະໄລ ຮອງຫົວໜ້າແຜນການ ແລະ ການຮ່ວມມືສາກົນ, ພ້ອມທັງເປັນຜູ້ປະສານງານໂຄງການ, ພະນັກງານຮັບຜິດຊອບເຜີຍເເຜ່ໂຄງການ 1 ທ່ານ, ພະນັກງານປະກັນຄຸນນະພາບ 1 ທ່ານ ເເລະ ພ້ອມດ້ວຍຄູ-ອາຈານ 12 ທ່ານ ທີ່ຮັບຜິດຊອບໃນ 4 ຫຼັກສູດວິຊາ ທີ່ເຂົ້າຮ່ວມໂຄງການປະກອບມີ: ພາສາອັງກິດ, ເຕັກໂນໂລຊີອາຫານ, ການລ້ຽງສັດ ເເລະ ສັດຕະວະແພດ.
ໃນກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ສົນທະນາ, ເເລກປ່ຽນ ເເລະ ຮຽນຮູ້ກ່ຽວກັບບັນດາໜ້າວຽກຕ່າງໆ ເເລະ ເຮັດກິດຈະກໍາຕ່າງໆ ຂອງໂຄງການ ເຊິ່ງປະກອບມີຄືດັ່ງລຸ່ມນີ້:
ໜ້າວຽກທີ 1: ຮັບປະກັນຄວາມສອດຄ່ອງຂອງການສຶກສາຊັ້ນສູງ
- ຄະນະຄູ-ອາຈານທີ່ຮັັບຜິດຊອບໃນເເຕ່ລະຫຼັກສູດໄດ້ວາງແຜນ, ປຶກສາຫາລື ເເລະ ກໍານົດບັນດາຄວາມຮູ້ ເເລະ ທັກສະທີ່ສໍາຄັນໃນຫຼັກສູດທີ່ຕະຫຼາດເເຮງງານ ຫຼື ສັງຄົມລາວຕ້ອງການຈາກນັກສຶກສາທີ່ຮຽນຈົບ.
- ຄະນະຄູ-ອາຈານໄດ້ຕົກລົງເຫັນດີກ່ຽວກັບບັນດາອົງປະກອບຕ່າງໆທີ່ສໍາຄັນ, ກໍານົດກຸ່ມເປົ້າຫມາຍ, ເຄື່ອງມືເກັບກໍາຂໍ້ມູນ ແລະ ເວລາໃນການລົງເກັບກໍາຂໍ້ມູນຈາກນັກສຶກສາທີ່ກໍາລັງຮຽນຢູ່, ນັກສຶກສາທີ່ຮຽນຈົບເເລ້ວ, ຄູ-ອາຈານ, ນາຍຈ້າງ ເເລະ ບໍລິສັດຕ່າງໆ. 
ໜ້າວຽກພາຍໜ້າ:
- ຄະນະຄູ-ອາຈານຈະສໍາເລັດການອອກເເບບເຄື່ອງມື, ລົງເກັບກໍາຂໍ້ມູນໃນລະຫວ່າງເດືອນ ພຶດສະພາ ຫາ ເດືອນມິຖຸນາ 2025 ເເລະ ວິເຄາະຂໍ້ມູນໃນເດືອນ ກໍລະກົດ 2025  ເເລະ ກະກຽມເຮັດບົດລາຍງານໃນລະຫວ່າງເດືອນ ກໍລະກົດຫາເດືອນສິງຫາ 2025.
ໜ້າວຽກທີ 2: ຮັບປະກັນຄວາມເປັນໄປໄດ້ຂອງຫຼັກສູດການສຶກສາຊັ້ນສູງ
- ຄະນະຄູ-ອາຈານທີ່ຮັັບຜິດຊອບໃນເເຕ່ລະຫຼັກສູດໄດ້ຮຽນຮູ້ ເເລະ ເຂົ້າໃຈຄວາມໝາຍຂອງຜົນໄດ້ຮັບຂອງການຮຽນ, ຜົນໄດ້ຮັບຂອງການຮຽນລະດັບຫຼັກສູດ ເເລະ ຜົນໄດ້ຮັບຂອງການຮຽນໃນລາຍວິຊາ, ຄວາມກ່ຽວຂ້ອງຂອງຜົນໄດ້ຮັບຂອງການຮຽນ ກັບ ການປະເມີນຄຸນນະພາບພາຍໃນ ເເລະ ການສຶກສາທີ່ເນັ້ນໃສ່ຜົນໄດ້ຮັບຂອງຜູ້ຮຽນ.
- ຄະນະຄູ-ອາຈານໄດ້ຮຽນຮູ້, ເຂົ້າໃຈຄວາມໝາຍ ເເລະ ຄວາມສໍາຄັນຂອງຜົນໄດ້ຮັບຂອງການຮຽນ, ບັນດາຕົວຢ່າງ ເເລະ ຂໍ້ຜິດພາດທົ່ວໄປໃນການຂຽນຜົນໄດ້ຮັບຂອງການຮຽນ ແລະ ການກວດກາເພື່ອປະເມີນຕົນເອງ/ໝູ່ຄູ່.
- ຄະນະຄູ-ອາຈານທີ່ຮັັບຜິດຊອບໃນເເຕ່ລະຫຼັກສູດໄດ້ຝຶກຂຽນຜົນໄດ້ຮັບຂອງການຮຽນ ເເລະ ໄດ້ນໍາສະເໜີກ່ຽວກັບຜົນໄດ້ຮັບຂອງການຮຽນໃນທີ່ປະຊຸມ.
ໜ້າວຽກພາຍໜ້າ: 
- ຄູ-ອາຈານຮັບຜິດຊອບຫຼັກສູດເຕັກໂນໂລຢີອາຫານ, ລ້ຽງສັດ ເເລະ ສັດຕະວະເເພດຈະທົບທວນ ເເລະ ຂຽນຜົນໄດ້ຮັບຂອງການຮຽນລາຍວິຊາທີ່ຈະໃຊ້ເຂົ້າໃນການສອນທົດລອງ.
- ຄູ-ອາຈານຮັບຜິດຊອບຫຼັກສູດພາສາອັງກິດຈະກຽມ PowerPoint ອະທິບາຍກ່ຽວກັບຄວາມສໍາຄັນຂອງຜົນໄດ້ຮັບຂອງການຮຽນຕໍ່ກັບການຈັດຕັ້ງປະຕິບັດການສຶກສາເເບບເນັ້ນຜົນໄດ້ຮັບຂອງການຮຽນໃຫ້ປະສົບຜົນສໍາເລັດ ເເລະ ການປະກັນຄຸນນະພາບພາຍໃນ. 
ໜ້າວຽກທີ 3: ຮັບປະກັນປະສິດທິພາບຂອງການສິດສອນ
- ຄະນະຄູ-ອາຈານໄດ້ຮຽນຮູ້ກ່ຽວກັບບັນດາທິດສະດີ ເເລະ ບົດວິໃຈທີ່ກ່ຽວຂ້ອງທີ່ເປັນຫຼັກຖານສະເເດງໃຫ້ເຫັນວິທີການຊຸກຍູ້ນັກສຶກສາໃຫ້ມີສ່ວນຮ່ວມໃນການຮຽນ, ໂດຍສະເພາະໃນເວລາທີ່ພວກເຂົາພົບພໍ້ກັບຄວາມລົ້ມເຫຼວ, ພ້ອມດຽວກັນນັ້ນ, ກໍໄດ້ຮຽນຮູ້ທິດສະດີເເຮງຈູງໃຈ: ເເຮງຈູງໃຈພາຍໃນ ເເລະ ພາຍນອກ. 
- ຄະນະຄູ-ອາຈານໄດ້ຮຽນຮູ້ຍຸດທະສາດ ແລະ ເຕັກນິກວິທີການສອນເເບບໃໝ່.
ໜ້າວຽກພາຍໜ້າ: 
- ຄູ-ອາຈານຈະເເບ່ງປັນ ເເລະ ເເລກປ່ຽນຄວາມຮູ້ທີ່ໄດ້ຮຽນຈາກກອງປະຊຸມໃຫຍ່ຄັ້ງທີ 1 ກັບຄູ-ອາຈານທີ່ບໍ່ໄດ້ເຂົ້າຮ່ວມ.
- ຄູ-ອາຈານຈະເລືອກທິດສະດີ ເເລະ ວິທີການສິດສອນທີ່ໄດ້ຮຽນຈາກກອງປະຊຸມດັ່ງກ່າວເຂົ້າໃນການສິດສອນທົດລອງກັບນັກສຶກສາຂອງຕົນໃນລະຫວ່າງເດືອນ ພຶດສະພາ ຫຼື ເດືອນມິຖຸນາ.
ນອກຈາກນີ້ເເລ້ວ, ກໍໄດ້ມີກອງປະຊຸມພົບປະກັບບັນດາຜູ້ປະກອບການ ເເລະ  ບໍລິສັດຕ່າງໆຈາກພາກເອກະຊົນເພື່ອຮັບຟັງ ເເລະ ເເລກປ່ຽນຄໍາຄິດເຫັນກ່ຽວກັບສິ່ງທີ່ພວກເຂົາຕ້ອງການຈາກນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາ ໄລຢູ່ລາວ ເຊັ່ນ: ດ້ານຄວາມຮູ້ ເເລະ ທັກສະຕ່າງໆທີ່ຈໍາເປັນເພື່ອມາດັດປັບຫຼັກສູດໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດເເຮງງານ. 
-----------------------------------------------------
REAL Project - General Meeting 1 (GM1) 
REAL: Reforming higher education in Laos: installing the culture of comprehensive internal quality assurance necessary for implementing outcomes-based approach. Duration: 48 Months, 1 February 2025 - 31 January 2029. The project co-funded by the European Union under Erasmus+ CBHE.
The project’s aim is to promote the structural reform for the effective implementation of the outcomes-based approach, creating strategies, mechanisms and resources essential to modernize the Lao Higher Education System. 
Project partners include: Ministry of Education and Sports, National University of Laos, Souphanouvong University, Savannakhet University, Champasack University, University of Groningen, the Netherlands, Asociación de Educadores y Expertos Tuning, Spain, Universidad Politécnica de Madrid, Spain, Université de Poitiers, France. 
Champasack University proudly participated in the first REAL Project General Meeting, held from March 31 to April 2, 2025, at the National University of Laos, Dong Dok Campus, Vientiane Capital. The university delegation was led by Dr. Phonesavanh Thepphasoulithone, President of Champasack University, accompanied by Mrs. Nongkan Phanthanalay, Deputy Director of Planning and International Cooperation (contact person), a dissemination team member, a quality assurance officer, and 12 REAL Programme Team (RPT) members representing the programmes of English, Food Technology, Livestock, and Veterinary Medicine.
During the meeting, participants engaged in meaningful discussions and exchanges focused on the project's key tasks and activities across three core work lines:
Line 1: Ensuring Relevance of Higher Education Studies
- RPT members collaboratively discussed and identified the key competencies and skills required by the Lao labour market and society.
- They reached an agreement on essential curriculum elements, defined target groups, and developed plans for data collection using appropriate tools. The identified respondents include current students, recent graduates, faculty, employers, and companies.
Planned Next Steps:
- Finalize the design of data collection tools.
- Conduct data collection in May–June 2025.
- Analyze the collected data in July 2025.
- Prepare and submit a comprehensive report by August 2025.
Line 2: Ensuring the Feasibility of Higher Education Programmes
- RPT members deepened their understanding of learning outcomes at the course and program levels, and how these relate to internal quality assurance and outcome-based education.
- They explored best practices, common mistakes, and techniques for writing effective learning outcomes, including practices of self- and peer-assessment.
- Practical sessions were held where members drafted and presented learning outcomes in the meeting.
Planned Next Steps:
- RPT members from Food Technology, Livestock, and Veterinary Medicine will review and refine learning outcomes for use in upcoming teaching experiments.
- The English group will develop a PowerPoint presentation to explain the role and importance of learning outcomes in implementing outcome-based education, with an emphasis on aligning these outcomes with internal quality assurance practices.
Line 3: Ensuring Effectiveness of Teaching
- RPT members explored evidence-based research and theories on student motivation, particularly strategies to foster resilience and engagement after failure. This included understanding intrinsic and extrinsic motivation.
- They also learned and practiced new teaching techniques aimed at improving student learning experiences.
Planned Next Steps:
- RPT members will disseminate insights and knowledge from the meeting to colleagues who could not attend.
- They will pilot selected teaching methods and theories with their students during May or June 2025.
In addition, a special session was held with representatives from the private sector, including employers and entrepreneurs. This dialogue provided valuable insights into the skills and competencies that Lao graduates need to succeed in the workforce, which will inform ongoing curriculum development to better align higher education with labour market demands.
 
 WhatsApp Image 2025 04 23 at 08.57.15 WhatsApp Image 2025 04 23 at 08.57.15 1