ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

337149818 207645015215437 4283612679479258908 n 1

ທີ່ຫ້ອງປະຊຸມຕຶກສໍານັກງານອະທິການບໍດີມະຫາວິທະຍາໄລຈຳປາສັກ 21/3/2023, ກອງປະຊຸມການກ້າວໄປສູ່ຄວາມເປັນສາກົນຂອງແຜນຍຸດທະສາດ ແລະ ການລະດົມທືນເພື່ອເຄືອຂ່າຍ ໂດຍ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ນາງພອນສະຫວັນ ເທບພະສຸລິນທອນ ຮອງອະທິການບໍດີ ມະຫາວິທະຍາໄລຈຳປາສັກ, ເຂົ້າຮ່ວມມີບັນດາທ່ານໃນຄະນະບໍດີ-ຮອງຄະນະບໍດີ-ຫ້ອງການຕ່າງໆທີ່ກ່ຽວຂ້ອງ,ພະນັກງານຄູ-ອາຈານແລະ ນັກສຶກສາເຂົ້າຮ່ວມນຳຈຳນວນຫນື່ງ.ໃນກອງປະຊຸມໄດ້ຈັດເປັນກຸ່ມສົນທະນາແລກປ່ຽນຄວາມຄິດເຫັນແລ້ວນຳສະເຫນີເປັນກຸ່ມກ່ຽວກັບເນື້ອໃນພາລະກິດ ວິໄສທັດ ຈຸດປະສົງ ແຜນຍຸດທະສາດ ຕົວຊີ້ວັດ ແຜນປະຕິບັດງານໄດ້ຮັບຟັງການນຳສະເຫນີການຂຽນຂະບວນການ ການລະດົມທຶນການສຶກສາ-ການຈັດສັນ-ແບ່ງປັນປະສົບການຈາກຫ້ອງການແຜນການ ແລະ ການຮ່ວມມື ມຈ ໃນການນຳສະເຫນີໂຄງການ,ການສ້າງເຄືອຂ່າຍ ແລະ ການສ້າງໂອກາດ,ການສ້າງຫົວຂໍ້ໃຫມ່,ຈຸດປະສົງ ແລະ ກິດຈະກຳ
ສຳລັບນຳສະເຫນີໂຄງການ
 
 
📷🎬ປະສົມປະສານ ວິຊິດ ຈັນທະພິມ&ວັນນາລີ ໄຊປັນຍາ
ແລະ ສາຍສະຫມອນ ພົມມະສຸລິດ
✍🏻ສາຍສະຫມອນ ພົມມະສຸລິດ ຂ່າວສານມຈ
ນຳສະເໜີ : ດາວວີ ປົ່ງປັນຍາ
 
 

 

 

 

Comments powered by CComment