ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

WhatsApp Image 2025 03 03 at 14.09.13

        ມະຫາວິທະຍາໄລຈໍາປາສັກ ເຂົ້າຮ່ວມໂຄງການ REAL ເພື່ອປະຕິຮູບການສຶກສາຊັ້ນສູງໃນລາວ
ມະຫາວິທະຍາໄລຈໍາປາສັກມີຄວາມພູມໃຈທີ່ໄດ້ເປັນຄູ່ຮ່ວມງານໃນໂຄງການ REAL (ການປະຕິຮູບການສຶກສາຊັ້ນສູງໃນລາວ), ເຊິ່ງເປັນການລິເລີ່ມການຫັນປ່ຽນທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບພາຍໃຕ້ໂຄງການ Erasmus+ Key Action 2. ໂຄງການ 4 ປີນີ້ (2025-2029) ມີຈຸດປະສົງເພື່ອສ້າງຄວາມເຂັ້ມເເຂງໃຫ້ວຽກງານການຮັບປະກັນຄຸນນະພາບພາຍໃນ ແລະ ສົ່ງເສີມວິທີການຮຽນ-ການສອນທີ່ເນັ້ນໃສ່ຜົນໄດ້ຮັບຂອງຜູ້ຮຽນໃນການສຶກສາຊັ້ນສູງຂອງລາວ.
ໂດຍການຮ່ວມມືກັບບັນດາຄູ່ຮ່ວມງານລະດັບຊາດ ແລະ ສະຫະພາບເອີລົບ, ໂຄງການນີ້ຈະພັດທະນາຍຸດທະສາດ, ກົນໄກ ແລະ ຊັບພະຍາກອນຕ່າງໆເພື່ອປັບປຸງລະບົບການສຶກສາຊັ້ນສູງຂອງລາວໃຫ້ທັນສະໄໝ. ມະຫາວິທະຍາໄລຈໍາປາສັກ ມີຄວາມຕັ້ງໃຈທີ່ຈະປະກອບສ່ວນເຂົ້າໃນການລິເລີ່ມໃນຄັ້ງນີ້, ເພື່ອຮັບປະກັນເຮັດໃຫ້ການສຶກສາມີຄຸນນະພາບສູງໃຫ້ແກ່ຄົນຮຸ່ນຫຼັງໃນອະນາຄົດ.
ຈົ່ງຕິດຕາມການອັບເດດກ່ຽວກັບການມີສ່ວນຮ່ວມຂອງພວກເຮົາໃນໂຄງການທີ່ສໍາຄັນນີ້ຕໍ່ໄປ!

 

        Champasack University Joins the REAL Project to Reform Higher Education in Laos
Champasack University is proud to be a partner in the REAL Project (Reforming Higher Education in Laos), a transformative initiative co-funded by the European Union under Erasmus+ Key Action 2. This four-year project (2025–2029) aims to strengthen internal quality assurance and promote an outcomes-based approach in Lao higher education.
In collaboration with national and European partners, this project will develop strategies, mechanisms, and resources to modernize the Lao higher education system. Champasack University is committed to contributing to this initiative, ensuring high-quality education for future generations.
Stay tuned for updates on our involvement in this important project!
#REALProject #HigherEducation #ErasmusPlus #QualityAssurance #OutcomesBasedApproach

WhatsApp Image 2025 02 28 at 11.46.15 1

WhatsApp Image 2025 02 28 at 11.46.15

Comments powered by CComment