ທີ່ຕັ້ງ | ໃນເຂດມະຫາວິທະຍາໄລ ຈຳປາສັກ |
ຫົວໜ້າສູນຂໍ້ມູນ-ຂ່າວສານ | ທ່ານ ປອ ສຸກສັນ ວິລະວົງ |
ຕິດຕໍ່ພົວພັນ |
|
ພາລະບົດບາດ
ສູນເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ຂຽນຫຍໍ້: “ສຕ.ຂສ” ເປັນກົງຈັກວິຊາການຢູ່ໃນໂຄງປະກອບການ ຈັດຕັ້ງຂອງ ມະຫາວິທະຍາໄລ ຈຳປາສັກ, ເຊິ່ງຢູ່ພາຍໃຕ້ການຊີ້ນໍາຂອງ ອະທິການບໍດີ ມີພາລະບົດບາດຈັດຕັ້ງການຮຽນ - ການສອນດ້ານວິຊາການຄອມພິວເຕີ, ເປັນສູນລວມດ້ານການບໍລິການ ການຄົ້ນຄວ້າຂໍ້ມູນຂ່າວສານທາງອິນເຕີເນັດ, ຄຸ້ມຄອງລະບົບເຄືອຂ່າຍ, ເປັນສູນລວມຖານຂໍ້ມູນ ຂອງ ມະຫາວິທະຍາໄລ ຈໍາປາສັກ. ບູລະນະຮັກສາອາຄານສະຖານທີ່, ວັດຖຸອຸປະກອນ, ບໍລິການຢືມ - ສົ່ງປຶ້ມຕຳລາຮຽນ, ວາລະສານ, ໃຫ້ແກ່ພະນັກງານ, ຄູ - ອາຈານ ແລະ ນັກສຶກສາ ເພື່ອນຳໃຊ້ເຂົ້າໃນ ການຮຽນ - ການສອນ ແລະ ການຄົ້ນຄວ້າວິທະຍາສາດ ຕາມແຜນພັດທະນາ, ການວາງແຜນນະໂຍບາຍ ແລະ ແຜນຍຸດທະສາດ ຂອງມະຫາວິທະຍາໄລ ຈຳປາສັກ.
ໜ້າທີ່
ສູນເຕັກໂນໂລຊີຂໍ້ມູນຂ່າວສານ ມີໜ້າທີ່ດັ່ງນີ້:
- ສຶກສາອົບຮົມດ້ານການເມືອງແນວຄິດ, ຄຸນສົມບັດ ແລະ ລະບຽບກົດໝາຍຕ່າງໆ ໃຫ້ແກ່ພະນັກ ງານ ພາຍໃນສູນໃຫ້ເປັນພົນລະເມືອງດີຂອງຊາດ.
- ຮັບຜິດຊອບສັງລວມ, ກວດກາ, ປະເມີນຜົນ, ສະຫຼຸບ ແລະ ລາຍງານໃຫ້ການຈັດຕັ້ງຂັ້ນເທິງທີ່ກ່ຽວຂ້ອງຊາບເປັນແຕ່ໄລຍະ.
- ຊຸກຍູ້ສົ່ງເສີມການພັດທະນາບຸກຄະລະກອນ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານໄອທີ.
- ສ້າງລະບົບຕາໜ່າງເຄືອຂ່າຍລະຫວ່າງສູນຂໍ້ມູນຂ່າວສານ ກັບຫ້ອງສະໝຸດ ຂອງຄະນະວິຊາ ແລະ ອື່ນໆ.
- ໃຫ້ເປັນສູນລວມການຄຸ້ມຄອງ ແລະ ການບໍລິຫານລະບົບເຄືອຂ່າຍ ພາຍໃນມະຫາວິທະຍາໄລ ຈຳປາສັກ.
- ເປັນແຫຼ່ງລວບລວມປຶ້ມຕຳລາຮຽນ, ເອກະສານ, ບົດວິທະຍານິພົນ, ວາລະສານ ເພື່ອສຶກສາຄົ້ນຄວ້າ ເຂົ້າໃນວຽກງານການຮຽນ - ການສອນ ຂອງພະນັກງານ, ຄູ - ອາຈານ ແລະ ນັກຮຽນນັກສຶກສາ ທັງພາຍໃນ ແລະ ພາຍນອກ.
ຂອບເຂດສິດ
ສູນເຕັກໂນໂລຊີຂໍ້ມູນຂ່າວສານ ມີສິດດັ່ງນີ້:
- ສະເໜີແຜນ ແລະ ໂຄງການກ່ຽວກັບການພັດທະນາທາງດ້ານວິຊາການຂອງສູນ.
- ຄຸ້ມຄອງພະນັກງານ, ຄົ້ນຄວ້ານຳສະເໜີການບັນຈຸລັດຖະກອນເຂົ້າໃໝ່ໃຫ້ອະທິການບໍດີພິຈາລະນາ
- ສະເໜີລະບຽບ, ອອກຂໍ້ກໍານົດໃນການນໍາໃຊ້ຫ້ອງຄອມພິວເຕີ, ຫ້ອງອ່ານ, ງົບປະມານ, ການປະຕິບັດນະໂຍບາຍຕ່າງໆ ແລະ ລາຍງານວຽກງານຕ່າງໆ ເປັນໄລຍະ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຂັ້ນເທິງ.
ໂຄງປະກອບກົງຈັກ
ສູນເຕັກໂນໂລຊີຂໍ້ມູນຂ່າວສານ ປະກອບ ມີ 3 ພະແນກຄື:
ພະແນກຂໍ້ມູນຂ່າວສານ.
- ໜ່ວຍງານພັດທະນາຊອບແວ ແລະ ພັດທະນາເວັບໄຊ.
- ໜ່ວຍງານສ້ອມແປງ, ສິ່ງພິມ ແລະ ຄອມພີວເຕີ.
- ໜ່ວຍງານຄຸ້ມຄອງລະບົບເຄືອຂ່າຍ ແລະ ບໍລິການ.
- ໜ່ວຍງານພັດທະນາ ປຶ້ມຕຳລາການຮຽນ - ການສອນ.
ພະແນກຫໍສະໝຸດ
- ໜ່ວຍງານວາລະສານ ແລະ ໜັງສືພິມ.
- ໜ່ວຍງານບໍລິການ.
- ໜ່ວຍງານຖານຂໍ້ມູນ - ບັດລາຍການ.
- ໜ່ວຍງານຜະລິດ ແລະ ສ້ອມແປງປຶ້ມ.
ພະແນກບໍລິຫານ
- ໜ່ວຍງານບໍລິຫານຫ້ອງການ.
- ໜ່ວຍງານເລຂານຸການ.
- ໜ່ວຍງານຄຸ້ມຄອງພະນັກງານ
ໂຄງປະກອບບຸກຄະລາກອນ.
ສູນເຕັກໂນໂລຊີຂໍ້ມູນຂ່າວສານປະກອບມີ: ຫົວໜ້າສູນ, ຮອງຫົວໜ້າສູນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການຈຳນວນໜຶ່ງ.