
ມະຫາວິທະຍາໄລ ຈຳປາສັກ ສຳເລັດການເຂົ້າຮ່ວມທັດສະນະສຶກສາ ແລະ ກອງປະຊຸມບໍລິຫານໂຄງການ RESET ໃນຖານະຜູ້ປະສານງານຫຼັກ (Project Coordinator) ຂອງໂຄງການ ພາຍໃຕ້ແຜນງານ Erasmus+ (CBHE) ລະຫວ່າງວັນທີ 21–24/07/2026 ທີ່ ມະຫາວິທະຍາໄລ Alicante ປະເທດສະເປນ
ການເຂົ້າຮ່ວມໃນຄັ້ງນີ້ ນຳໂດຍ ທ່ານ ປອ. ນ. ພອນສະຫວັນ ເທບພະສຸລິທອນ ຜູ້ອຳນວຍການ ມະຫາວິທະຍາໄລ ຈຳປາສັກ ພ້ອມດ້ວຍຄະນະທີມງານໂຄງການ ຈຳນວນ 6 ທ່ານ.
ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມບັນດາຄູ່ຮ່ວມໂຄງການຈາກ 5 ມະຫາວິທະຍາໄລຫຼັກຂອງ ສປປ ລາວ, ຄະນະນຳຈາກກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູ່ຮ່ວມງານຈາກປະເທດໃນທະວີບເອີຣົບ ເພື່ອທົບທວນຜົນການດຳເນີນງານ, ຕິດຕາມຄວາມຄືບໜ້າຂອງແຜນວຽກ ແລະ ຮ່ວມກັນວາງທິດທາງການດຳເນີນງານໃນໄລຍະຕໍ່ໄປ.
ນອກຈາກນັ້ນ ຄະນະຜູ້ເຂົ້າຮ່ວມຍັງໄດ້ສຶກສາ ແລະ ແລກປ່ຽນປະສົບການດ້ານການບໍລິຫານງານຄົ້ນຄວ້າວິໄຈ, ການສົ່ງເສີມນະວັດຕະກຳ, ການພັດທະນາສັກຍະພາບດ້ານການຄົ້ນຄວ້າ ແລະ ການສ້າງຄວາມຮ່ວມມືລະຫວ່າງມະຫາວິທະຍາໄລກັບພາກອຸດສາຫະກຳ.
ຫຼັງຈາກສຳເລັດກິດຈະກຳທີ່ປະເທດສະເປນແລ້ວ ຄະນະໂຄງການ RESET ຈະສືບຕໍ່ເຂົ້າຮ່ວມທັດສະນະສຶກສາ ແລະ ແລກປ່ຽນຮຽນຮູ້ ທີ່ມະຫາວິທະຍາໄລ Freiburg ປະເທດເຢຍລະມັນ ໃນລະຫວ່າງວັນທີ 27–30/07/2026 ເພື່ອສືບຕໍ່ຍົກລະດັບຄຸນນະພາບການຄົ້ນຄວ້າ ແລະ ການຮ່ວມມືສາກົນຂອງມະຫາວິທະຍາໄລ.
ຮູບພາບເພີ່ມເຕີມ




