|
ຫ້ອງການແຜນການ ແລະ ຮ່ວມມືສາກົນຂຽນຫຍໍ້ “ຜຮ” ເປັນກົງຈັກບໍລິຫານ, ມີີພາລະະບົດບາດເປັນເສນາທິການໃຫ້ແກ່ອະທິການບໍດີດ້ານວຽກງານ ແຜນການ ແລະ ຮ່ວມມືສາກົນ, ເປັນໃຈກາງໃນການປະສານງານພົວພັນຮ່ວມມືກັບບັນດາຫ້ອງການ, ຄະນະວິຊາ ແລະ ການຈັດຕັ້ງຕ່າງໆ ໃນມະຫາວິທະຍາໄລ ຈຳປາສັກ ແລະ ການພົວພັນຮ່ວມມືກັບຕ່າງປະເທດ.
ຫ້ອງການແຜນການ ແລະ ຮ່ວມມືສາກົນປະກອບດ້ວຍຫົວໜ້າຫ້ອງການ 1 ທ່ານ, ຮອງຫົວໜ້າຫ້ອງການ 2ທ່ານ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການຈຳນວນໜຶ່ງທີ່ຖືກແຕ່ງຕັ້ງຕາມລະບຽບການ.
ຫ້ອງການຮ່ວມມື ປະກອບມີ 2 ພະແນກດັ່ງນີ້:
1. ພະແນກ ຮ່ວມມື
- ຂະແໜງ ຮ່ວມມືສາກົນ.
- ຂະແໜງ ຮ່ວມມືພາຍໃນ.
2. ພະແນກ ພິທີການ
- ຂະແໜງ ຕ້ອນຮັບ.
- ຂະແໜງ ພິທິການ.
|