|
ຄະນະວິທະຍາສາດ ທຳມະຊາດ ຂຽນຫຍໍ້ “ຄວທ” ເປັນກົງຈັກວິຊາການ,ມີພາລະບົດບາດເປັນເສນາທິການໃຫ້ແກ່ອະທິການບໍດີ ໃນການຈັດຕັ້ງການຮຽນ-ການສອນເພື່ອກໍ່ສ້າງນັກວິຊາການ, ນັກຄົ້ນຄວ້າແລະນັກວິທະຍາສາດແລະໃຫ້ແກ່ການບໍລິການທາງດ້ານວິຊາການແກ່ສັງຄົມ.
ຄະນະວິທະຍາສາດ ທຳມະຊາດ ປະກອບມີ ບຸກຄະລາກອນດັ່ງນີ້:
ບຸກຄະລາກອນດ້ານບໍລິຫານ ປະກອບດ້ວຍ ຄະນະບໍດີ 01 ທ່ານ, ຮອງຄະນະບໍດີ ຈຳນວນໜຶ່ງ, ຫົວໜ້າ ແລະ ຮອງຫົວໜ້າພາກວິຊາ, ຫົວໜ້າ ແລະ ຮອງຫົວໜ້າພະແນກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ, ແລະ ພະນັກງານ, ຄູ-ອາຈານ ຈຳນວນໜຶ່ງ ເຊິ່ງໄດ້ຮັບການຊັບຊ້ອນ ຕາມຈຳນວນຕຳແໜ່ງງານຕ່າງໆ ຕາມລະບຽບກົດໝາຍ.
ຄະນະວິທະຍາສາດ ທຳມະຊາດ ມີໂຄງປະກອບກົງຈັກດັ່ງນີ້:
1. ໂຄງປະກອບກົງຈັກດ້ານບໍລິຫານປະກອບມີ:
- ພະແນກ ບໍລິຫານ - ສັງລວມ
- ພະແນກ ວິຊາການ
- ພະແນກ ຄຸ້ມຄອງນັກສຶກສາ
2. ໂຄງປະກອບກົນຈັກດ້ານວິຊາການປະກອບມີ:
1. ພາກວິຊາຟີຊິກສາດ
2. ພາກວິຊາເຄມີສາດ
3. ພາກວິຊາ ຊີວະສາດ
4. ພາກວິຊາ ຄະນິດສາດ
ຄະນະວິທະຍາສາດ ທຳມະຊາດ ໄດ້ຮັບການສ້າງຕັ້ງຂື້ນໃນປີ 2012 – 2013, ໄດ້ເປິດການຮຽນ - ການສອນ ໃນ 4 ພາກວິຊາຄື: ພາກວິຊາຟິຊິກສາດ, ພາກວິຊາເຄມີສາດ, ພາກວິຊາຊີວະສາດ ແລະ ພາກວິຊາຄະນິດສາດ. ເພື່ອກໍ່ສ້າງບຸກຄະລາກອນໃນການຮັບໃຊ້ສັງຄົມ.
ຄະນະວິທະຍາສາດ ທຳມະຊາດ 39 ຄົນ, ຍິງ 15 ຄົນ. ປະລິນຍາໂທ 12 ຄົນ, ຍິງ 5 ຄົນ. ປະລິນຍາຕີ 27 ຄົນ, ຍິງ 10 ຄົນ. ໃນສົກຮຽນ 2015 – 2016 ມີຈຳນວນນັກສຶກສາທັງໝົດ 332 ຄົນ, ຍິງ 205 ຄົນ.
|