ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

 Untitled design 2

ແຈ້ງການ
ເຖິງ: ຫົວໜ້າພະແນກສຶກສາທິການ ແລະ ກີລາ, ນັກຮຽນ ມ.7 ຫຼື ທຽບເທົ່າ ແລະ ຜູ້ທີ່ສົນໃຈສຶກສາຕໍ່ໃນລະດັບປະລິນຍາຕີ ທີ່ມະຫາວິທະຍາໄລ ຈຳປາສັກ.
ເລື່ອງ: ການສະໝັກສອບເສັງເຂົ້າສຶກສາຕໍ່ທີ່ ມະຫາວິທະຍາໄລ ຈຳປາສັກ ປະຈໍາສົກ 2022 – 2023.
ອີງຕາມ: ໜັງສືແຈ້ງການຂອງ ມະຫາວິທະຍາໄລ ຈຳປາສັກ ສະບັບເລກທີ 733/ມຈ, ລົງວັນທີ 22 ກໍລະກົດ 2022​ (ແນບຕິດມານີ້)​.
ຄະນະສຶກສາ​ສາດ​ຂໍແຈ້ງມາຍັງທຸກພາກສ່ວນຊາບວ່າ: ມະຫາວິທະຍາໄລ ຈຳປາສັກ ຈະເປີດຮັບສະໝັກນັກສຶກສາໃໝ່ ປະຈໍາສົກ 2022 – 2023, ໃນລະດັບປະລິນຍາຕີ ລະບົບ 4, 5 ປີ ຈຳນວນ 26 ສາຂາວິຊາ (6 ຄະນະວິຊາ) ໂດຍຈະໄດ້ແຍກອອກເປັນສາຍວິຊາທີ່ຈະສອບເສັງດັ່ງລຸ່ມນີ້:
ວິທະຍາສາດທຳມະຊາດ ສາຍ A (STEM):
1. ສາຂາວິສະວະກຳໄຟຟ້າ ລະບົບ 4 ປີ
2. ສາຂາວິສະວະກໍາໂຍທາ ລະບົບ 4 ປີ
3. ສາຂາສະຖາປັດຕະຍະກຳສາດ ລະບົບ 5 ປີ
4. ສາຂາຄູຄະນິດສາດ ລະບົບ 4 ປີ
5. ສາຂາຄູຊີວະສາດ ລະບົບ 4 ປີ
6. ສາຂາຄູຟີຊິກສາດ ລະບົບ 4 ປີ
7. ສາຂາຄະນິດສາດ ລະບົບ 4 ປີ
8. ສາຂາຊີວະສາດ ລະບົບ 4 ປີ
9. ສາຂາຟີຊິກສາດ ລະບົບ 4 ປີ
10. ສາຂາເຄມີສາດ ລະບົບ 4 ປີ
11. ສາຂາການຜະລິດພືດ ລະບົບ 4 ປີ
12. ສາຂາລ້ຽງສັດ ລະບົບ 4 ປີ
13. ສາຂາສັດຕະວະແພດ ລະບົບ 5 ປີ
14. ຊັບພະຍາກອນປ່າໄມ້ - ສິ່ງແວດລ້ອມ ລະບົບ 4 ປີ
15. ເທັກໂນໂລຢີອາຫານ ລະບົບ 4 ປີ
ວິທະຍາສາດສັງຄົມ ສາຍ B (Non STEM):
1. ສາຂາພາສາ ແລະ ວັດທະນະທຳລາວ ລະບົບ 4 ປີ
2. ສາຂາພາສາອັງກິດສຳລັບສື່ສານ ລະບົບ 4 ປີ
3. ສາຂາພາສາຫວຽດນາມ ລະບົບ 4 ປີ
4. ສາຂານິຕິສາດ ລະບົບ 4 ປີ
5. ສາຂາລັດຖະສາດ ລະດັບ 4 ປີ
6. ສາຂາເສດຖະສາດ ລະບົບ 4 ປີ
7. ສາຂາການຄຸ້ມຄອງ ລະບົບ 4 ປີ
8. ສາຂາການບໍລິຫານການທ່ອງທ່ຽວ ລະບົບ 4 ປີ
9. ສາຂາການບໍລິຫານການໂຮງແຮມ ລະບົບ 4 ປີ
10. ສາຂາການຕະຫຼາດ ລະບົບ 4 ປີ
11. ສາຂາພັດທະນາຊຸມຊົນ ລະບົບ 4 ປີ
1. ວັນທີ, ເວລາ, ວິຊາສອບເສັງ: 24 ສິງຫາ 2022
ຕາຕະລາງສອບເສັງ, ສາຍທຳມະຊາດ A:
  • ເວລາ 9:00 –11:00 ໂມງ (120 ນາທີ): ຄະນິດສາດ + ຟີຊິກສາດ
  • ເວລາ 14:00 - 15:30 ໂມງ (90 ນາທີ): ພາສາລາວ - ວັນນະຄະດີ + ຊີວະສາດ + ເຄມີສາດ + ພາສາອັງກິດ
ຕາຕະລາງສອບເສັງ, ສາຍສັງຄົມ B:
  •  ເວລາ 9:00 –11:00 ໂມງ (120 ນາທີ): ຄະນິດສາດ + ພາສາລາວ - ວັນນະຄະດີ
  • 14:00 - 15:30 ໂມງ (90 ນາທີ): ພູມສາດ + ປະຫວັດສາດ + ພາສາອັງກິດ.​
2. ເອກະສານປະກອບສະໝັກສອບເສັງ: ບັດເຂົ້າຫ້ອງສອບເສັງຈົບຊັ້ນ ມ. 7 (ສຳເນົາຄັດຕິດ), ສໍາລັບຜູ້ທີ່ຈົບໃນ ສົກຮຽນກ່ອນໜ້ານີ້ແມ່ນໃຫ້ສໍາເນົາໃບປະກາສະນິຍະບັດ ມ.7 ແລະ ໃບຄະແນນຈົບ ມ.7 (ຫຼືທຽບເທົ່າ), ຮູບ3 X 4 ຈໍານວນ 2 ໃບ ແລະ ເງິນລົງທະບຽນສອບເສັງ 40,000 ກີບ.
3. ສະຖານທີ່ຈັດຕັ້ງການສອບເສັງມີທັງໝົດ 4 ຈຸດສອບເສັງ
  • ແຂວງຈຳປາສັກ: ມະຫາວິທະຍາໄລ ຈຳປາສັກ
  • ແຂວງສາລະວັນ: ມັດທະຍົມສົມບູນແຂວງ
  • ແຂວງເຊກອງ: ມັດທະຍົມຕອນປາຍແຂວງ
  • ແຂວງອັດຕະປື: ມັດທະຍົມສົມບູນກິນນອນ-ຊົນເຜົ່າ
4. ສະຖານທີ່ລົງທະບຽນ ທັງໝົດ 4 ຈຸດຄື:
  •  ສູນຂໍ້ມູນຂ່າວສານ (ມະຫາວິທະຍາໄລ ຈຳປາສັກ),
  • ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ,
  • ພະແນກສຶກສາທິການ ແລະ ກິລາແຂວງເຊກອງ,
  • ພະແນກສຶກສາທິການ ແລະ ກິລາແຂວງອັດຕະປື.
5. ກຳນົດວັນ, ເວລາລົງທະບຽນ: ຊື້ ແລະ ສົ່ງຄຳຮ້ອງ ແຕ່ວັນທີ 1–19 ສິງຫາ 2022
6. ລົງທະບຽນແບບອອນລາຍໂດຍການເຂົ້າລີ້ງ: http://entrance.slms-cu.edu.la
ດັ່ງນັ້ນ, ຈິ່ງປະກາດແຈ້ງການມາຍັງທຸກພາກສ່ວນໃຫ້ຊາບທົ່ວເຖິງກັນ.
ກໍລະນີມີບັນຫາສົນໃຈ ຕິດຕໍ່ເບີໂທ ແລະ ວັອດແອັບ: 020 22265099, 020 55054595
ຂອບໃຈ ຂ່າວແຈ້ງການຈາກ ຄະນະ ສຶກສາສາດ ມະຫາວິທະຍາໄລ ຈຳປາສັກ
ນຳສະເໜີ : ດາວວີ ປົ່ງປັນຍາ

 

 

 

 

 

 

 

 

Comments powered by CComment