ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen
ພິທີປ້ອງກັນບົດຈົບຊັ້ນຂອງນັກສຶກສາປະລີນຍາຕີປີ4
ຄະນະວິທະຍາສາດ_ທຳມະຊາດມະຫາວິທະຍາໄລຈຳ
ປາສັກສົກຮຽນ2021_2022.
ໄດ້ຈັດຂື້ນໃນວັນທີ 5/7/ 2022 ນີ້ຢູ່ ທີ່ຄະນະດັ່ງກ່າວ
ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ທອງພັນ
ລາດຊະພົນ ຮັກສາການຄະນະບໍດີ ຮອງຄະນະບໍດີຄະນະວິທະຍາສາດ_ທໍາມະຊາດ
ພ້ອມດ້ວຍຄະນະເຂົ້າຮ່ວມມີບັນດາພະນັກງານຄູ_ອາຈານແລະນັກສຶກສາປະລິນຍາຕີປີທີ4ໃນ
4ພາກວິຊາໃນຄະນະຄືພາກວິຊາເຄ
ມີສາດ,ວິຊາຊີວະສາດ,ວິຊາຟີຊິກສາດແລະວິຊາຄະນິດ
ສາດກໍໄດ້ເຂົ້າຮ່ວມຈໍານວນ48ຄົນ,ຍິງ29ຄົນ.
ໃນການຈັດພິທີປ້ອງກັນບົດຈົບຊັ້ນຂອງນັກສຶກສາປີທີ4
ຄະນະວິທະຍາສາດ_ທຳມະຊາດຄັ້ງນີ້ປະກອບມີຈໍານວນ
ຫົວບົດ27ຫົວບົດ,ເຊີ່ງໄດ້ກຳນົດເອົາມື້ປ້ອງກັນບົດແມ່ນ
ວັນທີ5_6/7/2022ແມ່ນປ້ອງກັນບົດພາກວິຊາເຄມີສາດ
ວັນທີ7/7/2022ແມ່ນປ້ອງກັນບົດພາກວິຊາຄະນິດສາດ
ວັນທີ8/7/2022ແມ່ນປ້ອງກັນບົດພາກວິຊາຊີວະສາດ
ແລະພາກວິຊາຟີຊິກສາດແມ່ນສຳເລັດແລ້ວລໍຜົນການໃຫ້
ຄະແນນຂອງຄະນະກຳມະການກໍຄືຄູອາຈານທີ່ຮັບຜິດ
ຊອບໃນວຽກງານດັ່ງກ່າວມີການກວດກາໃຫ້ຖືກຕ້ອງແລະຊັດເຈນ.ການປ້ອງກັນບົດ
ນີິ້ເປັນການວັດການປະເມີນຜົນການຮຽນທ້າຍປີຂອງນັກສຶກສາປີ4ກໍຄືປີສຸດທ້າຍປະຈຳ
ສົກຮຽນໃຫ້ຮັບປະກັນຄຸນະພາບອີກດ້ວຍ.

 


ຮູບບັນຍາກາດ

 


ຂ່າວ_ພາບ:ນາງແສງສຸດາ ສີຫາລາດ
ຮັບຜິດຊອບຂ່າວສານຄະນະວິທະຍາສາດ_ທຳມະຊາດ
ນຳສະເໜີ : ດາວວີ ປົ່ງປັນຍາ

 

 

 

 

 

 

 

 

 

 

Comments powered by CComment