ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen
291810389 171437222081994 6890864439980993175 n
4/7/2022ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີມະຫາວິທະຍາໄລຈຳປາສັກ
ໄດ້ຈັດກອງປະຊຸມປະເມີນຄວາມພ້ອມດ້ານຕ່າງໆໃນການຂໍສ້າງຕັ້ງ
ພາກວິຊາສະຖາປັດຕະຍະກຳສາດມະຫາວິທະຍາໄລຈຳປາສັກ,ໂດຍການໃຫ້ກຽດ
ເຂົ້າຮ່ວມເປັນປະທານຂອງທ່ານຮສ.ປອສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ,
ທ່ານປອ ບຸນມີ ພອນສະຫວັນ ອະທິການບໍດີມະຫາວິທະຍາໄລຈຳປາສັກ,ທ່ານ
ປອ ນາງພອນສະຫວັນ ເທບພະສຸລິນທອນ ຮອງອະທິ
ການບໍດີມະຫາວິທະຍາໄລຈຳປາສັກ,ເຂົ້າຮ່ວມໃນທີ່ປະຊຸມ
ມີບັນດາທ່ານຈາກກົມຈັດຕັ້ງແລະພະນັກງານ,ກົມກວດກາ
ກົມການເງິນ,ກົມປະກັນຄຸນນະພາບການສຶກສາແລະກົມການສຶກສາຊັ້ນສູງ,
ມີທ່ານຄະນະບໍດີ,ຮອງຄະນະບໍດີຄະ
ນະວິສະວະກຳສາດ,ຄະນະພາກວິຊາ,ທ່ານຫົວໜ້າຫ້ອງ
ການທີ່ກ່ຽວຂ້ອງພ້ອມດ້ວຍພະນັກງານຄູ_ອາຈານທີ່ຮັບ
ຜິດຂອບໃນວຽກງານດັ່ງກ່າວເຂົ້າຮ່ວມນໍາ.
ກອງປະຊຸມກວດກາປະເມີນຄວາມພ້ອມໃນຄັ້ງນີ້ແມ່ນ
ຈະໄດ້ກວດກາຄວາມພ້ອມດ້ານຕ່າງໆເຊັ່ນ:ດ້ານໂຄງຮ່າງ
ການຈັດຕັ້ງ,ດ້ານບຸກຄະລາກອນ,ດ້ານຫລັກສູດ,ດ້ານສິ່ງອຳນວຍຄວາມສະດວກ
ແລະດ້ານງົບປະມານ,ເຊິ່ງກອງປະຊຸມແມ່ນດຳເນີນແຕ່ວັນທີ4_5/7/2022ຈິ່ງຈະສຳເລັດ

ຮູ​ບ​ພາບ​ໃນ​ງານ

 


 ຂ່ຽນຂ່າວ_:ສາຍສະຫມອນ ພົມມະສຸລິດ

ພາບ:ອຈສິຍາ ໄຊຍະສິດຂ່າວສານຄະນະວິສາວະກຳສາດ
ນຳສະເໜີ : ດາວວີ ປົ່ງປັນຍາ

 

Comments powered by CComment