ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

 

ພິທີມອບທຶນການສຶກສາໃຫ້ແກ່ນັກສຶກສາ ສາຂາປູກຝັງ ຄະນະ ກະເສດສາດ ແລະ ປ່າໄມ້ ມະຫາວິທະຍາໄລ ຈຳປາສັກ, ພາຍໃຕ້ການສະຫນັບສະຫນູນທືນຂອງບໍລິສັດ ປາກຊ່ອງ ໄຮແລນ ຈຳກັດຜູ້ດຽວ,ໂດຍການຮ່ວມມືວິຊາການ 3
ຝ່າຍລະຫວ່າງມະຫາວິທະຍາໄລ ຈຳປາສັກ, ມະຫາວິທະຍາໄລ ກະເສດສາດ(ຣາຊະອານາຈັກໄທ) ແລະ ບໍລິສັດ ປາກຊ່ອງ ໄຮແລນ ຈຳກັດຜູ້ດຽວ, ພິທີໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 23/6/2022 ນີ້ທີ່ຫ້ອງປະຊຸມຕຶກສຳນັກງານອະ
ທິການບໍດີ ມະຫາວິທະຍາໄລ ຈຳປາສັກ.ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ນາງ ພອນສະຫວັນ ເທບພະສຸລິນທອນ ຮອງອະທິການບໍດີ ມະຫາວິທະຍາໄລ ຈຳປາສັກ,ທ່ານໄກສິດ ຟູສຸວັນ ກຳມະການຜູ້ຈັດການ
ບໍລິສັດ ປາກຊ່ອງໄຮແລນ ຈຳກັດຜູ້ດຽວ, ເຂົ້າຮ່ວມໃນພິທີມີທ່ານຈາກມະຫາວິທະຍາໄລ ກະເສດສາດ ຣາຊະອານາຈັກໄທ,ທ່ານຄະນະບໍດີ_ຮອງຄະນະບໍດີ ຄະນະ ກະເສດສາດ ແລະ ປ່າໄມ້ ມຈ, ທ່ານຈາກຫ້ອງວ່າການເມືອງປາກຊ່ອງ,
ທ່ານຈາກພະແນກການກ່ຽວຂ້ອງຂອງແຂວງຈຳນວນໜຶ່ງ, ທ່ານຈາກບໍລິສັດປາກຊ່ອງໄຮແລນຈຳກັດຜູ້ດຽວ,ພະນັກງານ - ຄູອາຈານ ແລະ ນັກສຶກສາທີ່ໄດ້ຮັບທືນຈາກ ຄະນະ ກະເສດສາດ ແລະ ປ່າໄມ້ ມຈ ເຂົ້າຮ່ວມນຳໃນພິທີດັ່ງກ່າວນີ້ພາຍ
ຫລັງທີ່ທ່ານປະທານກ່າວສະແດງຄວາມຕ້ອນຮັບແຂກທີ່ເຂົ້າຮ່ວມ ແລະ ກ່າວເປີດພິທີແລ້ວ ທ່ານ ໄກສິດ ຟູສຸວັນ ກຳມະການຜູ້ຈັດການ ບໍລິສັດປາກຊ່ອງໄຮແລນຈຳກັດຜູ້ດຽວ ໄດ້ໃຫ້ກຽດມອບທຶນການສຶກສາ ໃຫ້ແກ່ນັກສຶກສາ ທີ່ໄດ້
ຮັບທືນຈຳນວນ 2 ທືນລວມມູນຄ່າ 650,000ບາດ (ສະກຸນເງິນໄທ) ໂດຍການຮັບແມ່ນນ້ອງນັກສຶກສາທີ່ໄດ້ຮັບທຶນ,ຊ້ອງໜ້າທ່ານປະທານ ແລະ ແຂກທີ່ເຂົ້າຮ່ວມເປັນສັກຂີພະຍານ.
 

ຮູ​ບ​ພາບ​ໃນ​ງານ
 
  
 

ຂ່າວ_ພາບ:ສາຍສະຫມອນ ພົມມະສຸລິດ
ນຳ​ສະ​ເໜີ : ດາວ​ວີ ປົ່ງ​ປັນ​ຍາ

 

 

 

Comments powered by CComment