ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

288145597 165708102654906 486970757313270401 n

 

ງານເທດສະການ"ບົດບາດຍິງ_ຊາຍແລະກົດຫມາຍ"ປະຈຳປີ2022ຈັດຂື້ນໃນຕອນເຊົ້າຂອງວັນທີ14/6/2022ທີ່ມະຫາວິທະຍາໄລຈຳປາສັກ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານພິທີແມ່ນທ່ານສາລີ ເດດມຸງຄຸນ ຮອງອະທິການບໍດີມະຫາວິທິຍາໄລຈຳປາສັກ,ທ່ານນາງສຸພອນ ວໍຣະວົງ ທີ່ປຶກສາກິດຕິມະສັກສາມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດຫມາຍ, ເຂົ້າຮ່ວມມີບັນດາທ່ານຕ່າງໜ້າຈາກມູນນິທິເອເຊຍປະຈໍາລາວ(TAF),ອົງການເຮວວີຕັດປະຈໍາລາວ(Helvetas),ອົງການບ້ານຈຸດສຸມປະຈຳພາກໃຕ້,ມີບັນດາທາ່ນຈາກອົງການຈັດຕັ້ງມະຫາຊົນຂອງມະຫາວີທະຍາໄລຈຳປາສັກ,ບັນດາຄູ_ອາຈານ,ນັກສຶກສາໃນ 6 ຄະນະວິຊາເຂົ້າຮ່ວມຈໍານວນນື່ງ.ໃນພິທີໄດ້ຮັບຟັງການບັນຍາຍສັ້ນກ່ຽວກັບການມີສ່ວນຮ່ວມ ແລະ ຄວາມຍຸຕິທຳທາງສັງຄົມ,ແຜນດຳເນີນງານແຫ່ງຊາດວ່າດ້ວຍການສົ່ງເສີມຄວາມສະເຫມີພາບຍິງ_ຊາຍສະບັບປີ2021_2025,,ເງື່ອນໄຂການແຕ່ງດອງຂອງພົນລະເມືອງລາວ,ສົມທຽບກັບການແຕ່ງດອງຕາມຮີດຄອງປະເພນີ 4 ແຂວງພາກໃຕ້ ແລະ ການເຂົ້າເຖິງຂະບວນການຄວາມຍຸຕິທຳຂອງແມ່ຍິງທີ່ຖືກໃຊ້ຄວາມຮຸນແຮງ, ພ້ອມນີ້ໃນພິທີຍັງໄດ້ມີກິດຈະກຳການຖາມ_ຕອບ ເອົາຂອງລາງວັນຕ່າງໆກ່ຽວກັບງານເທດສະການບົດບາດຍິງ_ຊາຍແລະກົດຫມາຍເພື່ອເພີ່ມສີສັນໃນງານທັງເປັນການສ້າງສະຕິຕື່ນຕົວໃຫ້ແກ່ນັກສຶກສາທີ່ເຂົ້າຮ່ວມໃນງານກ້າສະແດງອອກນຳອີກດ້ວຍ.ງານຄັ້ງນີ້ແມ່ນສາມາຄົມເພື່ອພັດທະນາແມ່ຍິງແລະການສຶກສາກົດຫມາຍຮ່ວມກັບຄະນະນິຕິສາດ ແລະ ລັດຖະສາດມຈຈັດງານນີ້ຂື້ນເຊີ່ງໄດ້ຮັບການສະຫນັບສະຫນູນຈາກມູນນິທິເອເຊຍ(TAF)ໂດຍຜ່ານແຜນງານການຊ່ວຍເຫຼືອທາງດ້ານກົດຫມາຍທີ່ໄດ້ຮັບການສະຫນັບສະຫນູນຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ(USAID).

click2

ຂ່າວ ແລະ ພາບ:ສາຍສະໝອນ ພົມມະສຸລິດ ຂ່າວສານມຈ

ນຳ​ສະ​ເໜີ : ດາວ​ວີ ປົ່ງ​ປັນ​ຍາ

Comments powered by CComment