ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

286750663 164280139464369 703943908349834490 n

ຝຶກອົບຮົມການສ້າງຄວາມເຂັ້ມແຂງພະວະການເປັນຜູ້ນຳໃຫ້ແກ່ແມ່ຍິງ ທີ່ມະຫາວິທະຍາໄລ ຈຳປາສັກ ແລະ 4 ແຂວງພາກໃຕ້, ເຊີ່ງໄດ້ຈັດຂື້ນໃນລະຫວ່າງວັນທີ 8-9/6/2022 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ
ຂອງ ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຮອງຫົວໜ້າກົມການສຶກສາຊັ້ນສູງ ທ່ານ ປອ ນາງ ພອນສະຫວັນ ເທບພະສຸລິນທອນ ຮອງອະທິການບໍດີ ມະຫາວິທະຍາໄລ ຈຳປາສັກ. ເຂົ້າຮ່ວມມີບັນດາສະຫະພັນຍິງ 4 ແຂວງພາກໃຕ້,
ຈາກມະຫາວິທະຍາໄລ ຈຳປາສັກ ເຂົ້າຮ່ວມຢ່າງພ້ອມພຽງ ໃນທີ່ປະຊຸມບັນດາຜູ້ເຂົ້າຮ່ວມແມ່ນໄດ້ຮຽນຮູ້ບັນດາເນື້ອໃນທີ່ສຳຄັນເຊັ່ນ : ທັກສະໃນການເປັນຜູ້ນຳ, ການເຂົ້າເຖິງຄວາມຍຸຕິທຳຂອງແມ່ຍິງ, ຄວາມຮູ້ພື້ນຖານກ່ຽວກັບ
ວິທີທາງການທູດ, ພາວະຂອງການເປັນຜູ້ນໍາ ແລະ ການນໍາສະເຫນີ, ຈາກນັ້ນແລ້ວໃນທີ່ປະຊຸມຍັງໄດ້ແບ່ງຈຸຫນ່ວຍເພື່ອສ້າງໃຫ້ທຸກຄົນມີສ່ວນຮ່ວມໃນການແລກປ່ຽນປະສົບການຮ່ວມກັນ ເພື່ອກາຍເປັນຜູ້ນຳທີ່ມີຄວາມ
ຮູ້ຄວາມສາມາດພຽບພ້ອມທຸກດ້ານ. ພາຍຫຼັງສຳເລັດກອງປະຊຸມແລ້ວບັນດາຜູ້ມີສ່ວ່ນຮ່ວມໃນການຝຶກອົບຮົມຈະໄດ້ຮັບໃບຢັ້ງຢືນໃນການຝຶກອົບຮົມຄັ້ງນີ້ດ້ວຍເພື່ອເປັນບ່ອນອີງໃນການເຂົ້າຮ່ວມໃນວຽກງານຄັ້ງນີ້ອີກດ້ວຍ
 
click2
ຂ່າວ_ພາບ:ສາຍສະໝອນ ພົມມະສຸລິດ
ນຳ​ສະ​ເໜີ : ດາວ​ວີ ປົ່ງ​ປັນ​ຍາ

Comments powered by CComment