ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

inputn

ຕອນເຊົ້າຂອງວັນ7/6/2022ທີ່ສະໂມສອນມະຫາວິທະຍາໄລ ຈຳປາສັກ ໄດ້ຈັດໃຫ້ມີ ກອງປະຊຸມ ເຜີຍແຜ່ກົດໝາຍວ່າດ້ວຍການສຶກສາຊັ້ນສູງສະບັບເລກທີ87/ສພຊ ລົງວັນທີ11 ພະຈິກ 2020, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ ປອ ຫຼ້າວັນ ວົງຄຳສານ ຮອງຫົວໜ້າກົມການສຶກສາຊັ້ນສູງ, ເຂົ້າຮ່ວມໃນທີ່ປະຊຸມຄັ້ງນີ້ມີທ່ານຄຳພາ ຫອມສົມບັດ ແລະທ່ານສາລີ ເດດມຸງຄຸນ ຮອງອະທິການບໍດີມະຫາວິທະຍາໄລຈຳປາສັກ, ມີບັນດາທ່ານຈາກຮອງຫົວໜ້າກົມການສຶກສາຊັ້ນສູງ,ຮອງຫົວໜ້າກົມປະກັນຄຸນນະພາບສຶກສາ,ທ່ານຈາກກົມກົດໝາຍຂອງສະພາແຫ່ງຊາດ,ຈາກສະພາແຂວງຈຳປາສັກ,ມີບັນດາທ່ານຄະນະບໍດີ, ຮອງຄະນະບໍດີ ແລະ ຫົວໜ້າ,ຮອງຫ້ອງການຕ່າງໆໃນມະຫາວິທະຍາໄລຈຳປາສັກ,ມີບັນດາທ່ານຈາກພະແນກການກົມກອງແລະສະຖາບັນການສຶກສາຕ່າງໆອອ້ມຂ້າງແຂວງຈຳປາສັກກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.ໃນກອງປະຊມຍັງໄດ້ຮັບຟັງການນຳສະເໜີກ່ຽວກັບການ ຜ່ານເນື້ອໃນຂອງຂະບວນການສ້າງກົດໝາຍໃນຂະແໜງການສຶກສາ,ຮັບຟັງການນຳສະເໜີ ລັດຖະດຳລັດ ຂອງປະທານປະເທດແຫ່ງສປປລາວກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍການສຶກສາຊັ້ນສູງ ແລະ ຂະບວນການສ້າງກົດໝາຍການສຶກສາຊັ້ນສູງ,ຮັບຟັງການນຳສະເໜີກົດໝາຍວ່າດ້ວຍການສຶກສາຊັ້ນສູງພາກທີ1_ພາກທີ7_ພາກທີ8_ພາກທີ14ພ້ອມທັງສອບຖາມແລະຊີ້ແຈງໃນມາດຕາທີ່ມີຄວາມສົນໃຈ,ແນໃສ່ເຮັດໃຫ້ຜົນການດຳເນີນກອງປະຊຸມຄັ້ງນີ້ໄດ້ຮັບປະສິດທີພາບແລະປະສິດທິຜົນ

click2

ຂ່າວ ແລະ ພາບ : ສາຍສະໝອນ ພົມມະສຸລິດ

ນຳ​ສະ​ເໜີ : ດາວ​ວີ ປົ່ງ​ປັນ​ຍາ

Comments powered by CComment