ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

285412165 162400676318982 7545696718936245182 n

ວ່າງບໍ່ດົນມານີ້ຄະນະວິທະຍາສາດ_ທຳມະຊາດມຈໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານການສ້າງຫຼັກສູດໃໝ່ລະດັບປະລີນຍາໂທສາຂາວິທະຍາສາດ_ສິ່ງແວດລ້ອມ,ໂດຍຮ່ວມເປັນປະທານຂອງທ່ານ ປທ ທອງພັນ ລາດຊະພົນ ຮອງຄະນະບໍດີຄະນະວິທະຍາສາດ_ທຳທະຊາດແລະຄະນະ.ເຂົ້າຮ່ວມມີທ່ານຫົວໜ້າຫ້ອງການຄົ້ນຄ້ວາວິທະຍາສາດແລະ ບໍລິການວິຊາການ,ມີທ່ານຕ່າງໜ້າຈາກຫ້ອງການກ່ຽວຂ້ອງ,ມີຫົວໜ້າພາກວິຊາແລະພະນັກງານວິຊາການພາຍໃນເຂົ້າຮ່ວມດ້ວຍ.ໃນກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືກັນແບບກົງໄປກົງມາໃນການກະກຽມສ້າງຫລັກສູກໃໝ່ໃນລະດັບປະລິນຍາໂທໃນສາຂາກ່ຽວຂ້ອງເພື່ອແນໃສເຮັດໃຫ້ພະນັກງານທີ່ມີຂີດຄວາມສາມາດພຽບພ້ອມຍົກລະກັບວິຊາສະເພາະໃຫ້ສູງຂຶ້ນຕື່ມແລະສ້າງຂີດຄວາມສາມາດໃຫ້ພຽບພ້ອມ,ສ້າງນັກວິຊາການໃຫ້ໄດ້ຮຽນຮູ້,ມີຄວາມສາມາດເລິກເຊີ່ງເຂົ້າເຖິງຫລັກການແລະທິດຊະດີດ້ານວິທະຍາສາດສິ່ງແວດລ້ອມສາມາດແກ້ໄຂບັນຫາແລະຄົ້ນຄ້ວາວິໃຈໄດ້ຢ່າງຊັດເຈນແລະມີເຫດຜົນ,ກ້າວສູ່ສະພາວະຂອງຄວາມເປັນຜູ້ນຳທີ່ດີ,ສາມາດຄົ້ນຄວ້າວິໃຈວຽກງານໃນສາຂາວິຊາຊີບໄດ້ຢ່າງສ້າງສັນແລະລົງຕົວ.
 
click2
ຂ່າວ ແລະ ພາບ : ອຈ ນາງ ແສງສຸດາ ວິຊາການຮັບຜິດຊອບວຽງານຂ່າວສານຄະນະວິທະຍາສາດ_ທຳມະຊາດມຈ
ນຳ​ສະ​ເໜີ​ : ດາວ​ວີ ປົ່ງ​ປັນ​ຍາ

Comments powered by CComment