ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

ປຕມ5

ປີ2022ນີ້ມະຫາວິທະຍາໄລຈໍາປາສັກຮ່ວມໃຈປູກຕົ້ນໄມ້ໃນພື້ນທີ່ພາຍໃນມຈເຖິງ260ຕົ້ນ,ເຊີ່ງປະກອບມີໄມ້ໃຫ້ຫມາກ,ໄມ້ອຸດສະຫະກຳແລະໄມ້ປະດັບເພື່ອຄືນຄວາມສົມດູນໃຫ້ແກ່ທຳມະຊາດ,ເຮັດໃຫ້ສະພາບແວດລ້ອມໃນພື້ນທີ່ມີສີຂຽວສົດໄສ,ສະອາດ,ສິ່ງແວດລ້ອມດີ,ເຂົ້າຮ່ວມເປັນກຽດໃນພິທີປູກຕົ້ນໄມ້ປີນີ້ມີ ທ່ານ ປອ ບຸນມີ ພອນສະຫວັນ ອະທິການບໍດີມຈພ້ອມດ້ວຍຄະນະ. ເຂົ້າຮ່ວມມີບັນດາທ່ານໃນຄະນະບໍດີ,ຮອງຄະນະບໍດີ ຄະນະວິຊາຫ້ອງການແລະສູນຕ່າງໆຕະຫລອດຮອດພະນັກງານຄູ_ອາຈານແລະນັກສຶກສາໄດ້ຮ່ວມໃຈກັນປູກຕົ້ນໄມ້ຜູ້ລະຕົ້ນ.ພິທີປຸກຕົ້ນໄມ້ໄດ້ຈັດຂື້ນທີ່ເດີ່ນມະຫາວິທະຍາໄລຈໍາປາສັກໃນວັນທີ1/6/2022ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະວັນເດັກນ້ອຍສາກົນທີ່ຫມູນວຽນມາເຖິງ
 
click2
ຂ່າວ ແລະ ພາບ: ສາຍສະໝອນ ພົມມະສຸລິດ
ນຳ​ສະ​ເໜີ : ດາວ​ວີ ປົ່ງ​ປັນ​ຍາ
 

Comments powered by CComment