ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

ປຊລຮສທ1

 

ກອງປະຊຸມກ່ຽວກັບການລາຍງານຄວາມຄືບໜ້າໂຄງການພັດທະນາລະບົບບໍລິຫານ_ຈັດການ ການຮຽນ_ການສອນທັນສະໄໝ(ລຮສທ)ທີ່ມະຫາວິທະຍາໄລຈຳປາສັກ
ກອງປະຊຸມຈັດຂື້ນທີ່ຫ້ອງປະຊຸມສຳນັກງານອະທິການບໍດີມຈໃນຕອນເຊົ້າຂອງວັນທີ26/5/2022ນີ້.ໃຫ້ກຽດເປັນປະທານຮ່ວມກອງປະຊຸມມີທ່ານປ.ອ ບຸນມີ
ພອນສະຫວັນ ອະທິການບໍດີມະຫາວິທະຍາໄລຈຳປາສັກທ່ານຄະຈອນສັກ ດວງພຸດທາ ຮອງປະທານບໍລິສັດຮັບພັດທະນາລາວແລະທີ່ປຶກສາຈຳກັດຜູ້ດຽວ.
ປຊລຮສທ5
ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີບັນດາທ່ານຮອງອະທິການບໍດີມະຫາວິທະຍາໄລຈໍາປາສັກ,ທ່ານຄະນະບໍດີ,ຮອງຄະນະບໍດີ,ຫ້ອງການແລະສູນຕ່າງໆທີ່ກ່ຽວຂ້ອງ
ແລະພະນັກງານວິຊາການຂອງບໍລິສັດຮັບພັດທະນາລາວເເລະທີ່ປຶກສາຈຳກັດຜູ້ດຽວຂົ້າຮ່ວມນໍາໃນກອງປະຊຸມໄດ້ຮັບຟັງການນຳສະເຫນີຄວາມຄືບໜ້າຂອງໂຄງການ,
ໜ້າວຽກທີ່ສຳເລັດແລະໜ້າວຽກທີ່ຮີບດ່ວນການນຳສະເໜີແຜນວຽກ,ການນໍາສະເໜີໂຄງການຈາກທ່ານຮອງປະທານບໍລິສັດນອກນັ້ນຍັງໄດ້ຮັບຟັງການ
ນຳສະເໜີຂັ້ນຕອນຕ່າງໆໃນການປະຕິບັດຈາກພະນັກງານທີ່ຮັບຜິດຂອບໜ້າວຽກຂອງບໍລິສັດຕາມແຕ່ລະຂັ້ນຕອນນຳອີກ,ພ້ອມນີ້ໃນທີ່ປະຊຸມຍັງໄດ້ຮັບຟັງການ
ມີຄຳຄິດເຫັນຈາກທ່ານປະທານກອງປະຊຸມແລະຜູ້ເຂົ້າຮ່ວມຕື່ມອີກດ້ວຍເພື່ອເປັນການແນະນໍາເພີ້ມເຕີມໃນການປະກອບແຜນວຽກແຜນງານໃຫ້ເປັນໄປຕາມຂອບວິຊາການຕາມ
ລະບົບການຄຸ້ມຄອງທີ່ກ່ຽວຂ້ອງ.
 
 

                                                                           ນຳ​ສະ​ເໜີ : ດາວ​ວີ ປົ່​ງ​ປັນ​ຍາ

Comments powered by CComment