ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

ປຊ1

 

ກອງປະຊຸມການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງຕຳແໜ່ງປະເພດ2 ແລະ 3ຂອງມະຫາວິທະຍາໄລ ຈຳປາສັກທີ19_20/5/2022 ຈັດຂື້ນທີ່ສະໂມສອນ ມຈ
ໂດຍການໃຫ້ກຽດຮ່ວມເປັນປະທານຂອງ ທ່ານ ປະດິດວັນນະລັດສະໜີ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກແຂວງຈຳປາສັກ ,ທ່ານປອ ບຸນມີ ພອນສະຫວັນ
ເລຂາຄະນະພັກຮາກຖານ ອະທິການບໍດີມະຫາວິທະຍາໄລຈຳປາສັກ,ທ່ານຮອງ ສາດສະດາຈານປອ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງກະຊວງສຶກສາທິການ
ແລະ ກິລາ,ມີທ່ານຮອງຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ, ເຂົ້າຮ່ວມມີບັນດາທ່ານໃນຄະນະພັກຮາກຖານ ຄະນະອະທິການ,ມີ ຫົວໜ້າຫ້ອງການທີ່ກ່ຽວຂ້ອງ,ພະນັກງານສະ
ມາຊິກພັກທົ່ວມຈເຂົ້າຮ່ວມຢ່າງພ້ອມພຽງ.ໃນທີ່ປະຊຸມທ່ານປອບຸນມີ ພອນສະຫວັນເລຂາຄະນະພັກຮາກຖານອະທິການບໍດີ ມຈໄດ້ຂື້ນກ່າວສະແດງຄວາມຕ້ອນຮັບແຂກທີ່ເຂົ້າ
ຮ່ວມໃນກອງປະຊຸມ,ພ້ອມທັງກ່າວເປີດກອງປະຊຸມຢ່າງເປັນທາງການ,ຈາກນັ້ນແລ້ວທ່ານຍັງໄດ້ລາຍງານຫຍໍ້ກ່ຽວກັບວຽກງານການກໍ່ສ້າງພະນັກງານສືບທອດ,
ພ້ອມນີ້ທີ່ປະຊຸມກໍຍັງໄດ້ຮັບຟັງການຜ່ານມະຕິເລກທີ032/ກມສພ,ວ່າດ້ວຍວຽກງານການສ້າງແຜນກຳນົດພະນັກງານນໍາພາ_ຄຸ້ມຄອງ,ໄດ້ຮັບຟັງການຜ່ານມະຕິເລກ
ທີ030/ກມສພ,ວ່າດ້ວຍມາດຕະຖານຂອງພະນັກງານນຳພາ_ຄຸ້ມຄອງແລະດຳລັດເລກທີ461/ລບ,ວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານຂອງລັດຖະກອນຂອງ ສປປລາວ
ຈາກນັ້ນແລ້ວໃນທີ່ປະຊຸມຍັງໄດ້ຮັບຟັງການແນະນຳວິທີການທາບທາມ,ຮັບຟັງການໂອ້ລົມຈາກທ່ານປະທານກອງປະຊຸມຕື່ມອີກດ້ວຍ,ໃນຕອນທ້າຍຂອງກອງປະຊຸມບັນດາຄະ
ນະນຳແລະພະນັກງານສາມາຊິກພັກກໍຍັງໄດ້ພ້ອມກັນດຳເນີນການປ່ອນບັດທາບທາມໃນຮອບທີ1ຕາມລຳດັບ.
 
 
                                                                                                                                   ຂ່າວ_ພາບ:ນ.ສາຍສະໝອນ ພົມມະສຸລິດ ຂ່າວສານມຈ
                                                                                                                                      ນຳ​ສະ​ເໜີ​ໂດຍ: ດາວ​ວີ ປົ່ງ​ປັນ​ຍາ

 

Comments powered by CComment