ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

 ບດຈດ1

 

ຄູ_ອາຈານ ແລະ ນັກສຶກສາໃນຄະນະເສດຖະສາດ ແລະການຄຸ້ມຄອງ ມະຫາວິທະຍາໄລຈຳປາສັກ ຮ່ວມກັບສູນເລືອດອົງການກາແດງແຂວງຈຳປາສັກຈັດພິທີຮັບບໍລິຈາກເລືອດດ້ວຍຄວາມສະຫມັກໃຈ , ເຊີ່ງຈັດຂື້ນໃນຕອນເຊົ້າຂອງວັນທີ12/5/2022ນີ້ທີ່ຄະນະເສດຖະສາດແລະການຄຸ້ມຄອງ,ໂດຍມີທ່ານ ປອນາງ ບຸນຖົມ ສີສຸມັງ ຄະນະບໍດີຄະນະເສດຖະສາດແລະການຄຸ້ມຄອງ ,ມີທ່ານຄຳພູ ບົວເຄນຮອງຫົວຫນ້າອົງການກາແດງແຂວງຜູ້ຊີ້ນໍາວຽກງານສູນເລືອດ_ຂ່າວສານກາແດງ , ມີທີມງານແພດຫມໍຈາກອົງການກາແດງແຂວງຈຳປາສັກແລະຈາກສູນເລືອດຂອງອົງການກາແດງແຂວງຈຳປາສັກພ້ອມດ້ວຍພະນັກງານຄູອາຈານແລະນັກສຶກສາເຂົ້າຮ່ວມຈຳນວນນື່ງ,ໃນການຮ່ວມບໍລິຈາກເລືອດຄັ້ງນີ້ຄະນະແພດຫມໍໄດ້ອະທິບາຍຂັ້ນຕອນຕ່າງໆໃນການບໍລິຈາກເລືອດແລະພາຍຫລັງບໍລິຈາກເລືອດແລ້ວຄວນເຮັດແນວໃດ,ຄວນດູແລຕົນເອງແນວໃດ,ຮັບຟັງຜົນດີຂອງການເອົາເລືອດອອກດີຕໍ່ສຸຂະພາບແນວໃດ,ການເອົາເລືອດອອກຫລືບໍລິຈາກເລືອດຍັງເປັນການສ້າງບຸນກຸສົນອັນຍີ່ງໃຍ່ນຳອີກທີ່ໄດ້ຊ່ວຍເຫລືອຄົນເຈັບທີ່ຂາດເລືອດທີ່ມາບໍລິການປີ່ນປົວທີ່ໂຮງຫມແລະສຸກສະລາຕ່າງໆໄດ້ມີເລືອດໄສ່ໃນຍາມຕ້ອງການເລືອດເວລາເຈັບເປັນນຳອີກດ້ວຍ
ຂ່າວ:ສາຍສະຫມອນພົມມະສຸລິດ,ພະແນກຂ່າວສານມຈ
ນຳ​ສະ​ເໜີ​ໂດຍ: ດາວ​ວີ ປົ່ງ​ປັນ​ຍາ
 

Comments powered by CComment