ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

01111 

ເມື່ອ​ວັນ​ທີ 11/5/2022ຢູ່ທີ່ຫ້ອງປະຊຸມສຳນັກງານອະທິການບໍດີມະຫາວິທະຍາໄລຈຳປາສັກໄດ້ຈັດກອງປະຊຸມກ່ຽວກັບວຽກງານແຜນປັບປຸງກົດລະບຽບນັກສຶກສາ ແລະ ກົດລະບຽບຫໍພັກນັກສຶກສາມະຫາວິທະຍາໄລຈຳປາສັກສົກ ປີ2021_2022, .
ໂດຍໃຫ້ກຽດຮ່ວມເປັນປະທານກອງປະຊຸມຄັ້ງນີ້ແມ່ນທ່ານສາລີ ເດດມຸງຄຸນ ຮອງອະທິການບໍດີມະຫາວິທະຍາໄລຈໍາປາສັກ, ເຂົ້າຮ່ວມມີບັນດາທ່ານຄະນະບໍດີ,ຮອງຄະນະບໍດີ,ຫ້ອງການທີ່ກ່ຽວຂ້ອງ,ອົງການຈັດຕັ້ງມະຫາຊົນອອ້ມຂ້າງພ້ອມດ້ວຍພະນັກງານວິຊາ
ການກ່ຽວຂ້ອງທີ່ຮັບຜິດຊອບວຽກງານຫໍພັກນັກສຶກສາເຂົ້າຮ່ວມນໍາ,ໃນກອງປະຊຸມໄດ້ມີການປະກອບຄໍາຄິດເຫັນເຂົ້າໃສ່ເນື້ອໃນຂອງກອງປະຊຸມຄັ້ງນີ້ເພື່ອເຮັດໃຫ້ເນື້ອໃນນິຕິກຳກົດລະບຽບຫໍພັກນັກສຶກສາ ແລະ ກົດລະບຽບນັກສຶກສາມີເນື້ອໃນສົມບູນຂື້ນກ່ວາເກົ່າ
ຂ່າວ:ສາຍສະຫມອນ ພົມມະສຸລິດ ຂ່າວສານມຈ
ນຳ​ສະ​ເໜີ​ໂດຍ: ດາວ​ວີ ປົ່ງ​ປັນ​ຍາ
 
 

Comments powered by CComment