ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

ໂຮງ​ຮ່າງ​ການ​ຈັດ​ຕັ້ງ

 

 

ຄຳ​ເຫັນ​ຂອງ​ທ່ານ ອະ​ທິ​ການ​ບໍ​ດີ

ມະຫາວິທະຍາໄລ ຈໍາປາສັກ ຢຶດຫມັ້ນໃນແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ແນໃສ່ສ້າງບຸກຄະລາກອນໃຫ້ເປັນພົນລະເມືອງດີຂອງຊາດ, ເປັນເຈົ້າ ຕົນເອງ, ປະກອບດ້ວຍຄວາມຮູ້, ຄວາມສາມາດດ້ານວິຊາສະເພາະກຽມ ພ້ອມປະ ກອບສ່ວນພັດທະນາສັງຄົມດ້ວຍກໍາລັງແຮງແຫ່ງຄວາມສາມັກຄີເປັນນໍ້າຫນຶ່ງໃຈ ດຽວ ຂອງພະນັກງານ, ຄູ-ອາຈານ ແລະ ນັກສຶກສາ. ໂດຍ ສົມທົບ ແຫນ້ນກັບ ການ ຮ່ວມ ມື ແລະ ສະຫນັບສະຫນູນຈາກສັງຄົມ ທັງພາຍໃນ ແລະ ຕ່າງປະເທດ, ພວກ ຂ້າພະ ເຈົ້າຈະສູ້ຊົນພັດທະນາມະຫາວິທະຍາໄລແຫ່ງນີ້ ໃຫ້ກາຍ ເປັນສູນກາງ ການ ສຶກສາ ຢູ່ພາກໃຕ້ ສປປລາວ, ອະນຸພາກພື້ນ ແລະ ສາກົນ, ເອົາໃຈ ໃສ່ການ ຄົ້ນຄວ້າທົດລ ອງທາງດ້ານວິທະຍາສາດ, ການໃຫ້ບໍລິການດ້ານວິຊາການ ແກ່ສັງຄົມ, ອະນຸລັກ ຮີດຄອງປະເພນີອັນດີງາມຂອງຊາດ ເພື່ອປະກອບສ່ວນ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງຊາດ ແລະ ທ້ອງຖິ່ນໃຫ້ຍືນຍົງ.

Comments powered by CComment