ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

Picture14

ໂດຍປະຕິບັດຕາມແຜນຍຸດທະສາດການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ແນໃສ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາຊັ້ນສູງໃຫ້ສາມາດຕອບສະຫນອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະ ນາເສດຖະກິດ-ສັງຄົມ ມະຫາວິທະຍາໄລແຫ່ງຊາດ ສາຂາຈໍາປາສັກ ໄດ້ຮັບການ ສ້າງຕັ້ງຂຶ້ນຕາມດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 214/ນຍ, ລົງວັນທີ 28/11/2002 ແລະ ໄດ້ຮັບການປ່ຽນຊື່ເປັນ ມະຫາວິທະຍາໄລ ຈໍາປາສັກ ຕາມດາ. ລັດນາຍົກລັດຖະມົນຕີ ສະບັບເລກທີ 35/ນຍ, ລົງວັນທີ 05/07/2004. ຈາກນັ້ນ ຄະນະນໍາຂັ້ນຕ່າງໆພ້ອມດ້ວຍພະນັກງານ,ຄູ-ອາຈານ ໄດ້ສຸມທຸກສະຕິປັນຍາເຂົ້າໃນ ການພັດທະນາເຮັດໃຫ້ ມະຫາວິທະຍາໄລແຫ່ງນີ້ ນັບມື້ເຕີບໃຫຍ່ຂະຫຍາຍຕົວເປັນ ກ້າວໆມາ.

 

 

Comments powered by CComment