ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

IMG 7115

1. ວິໄສທັດ (Vision)

     ສ້າງຄະນະເສດຖະສາດ ແລະ ການຄຸ້ມຄອງໃຫ້ກາຍເປັນບ່ອນກໍ່ສ້າງ ແລະ ສະໜອງບຸກຄະລາກອນ ທີ່ພຽບພ້ອມໄປດ້ວຍຄວາມຮູ້ຄວາມສາມາດ, ມີລະບຽບວິໄນດີ, ເປັນສູນກາງດ້ານການຄົ້ນຄວ້າວິໄຈທາງດ້ານເສດຖະກິດ-ສັງຄົມ ແລະ ບໍລິການວິຊາການ, ບໍລິການດ້ານການໂຮງແຮມ, ການທ່ອງທ່ຽວໃຫ້ແກ່ສັງຄົມ.

2. ພາລະກິດ (Mission)

  - ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານຄູ-ອາຈານທາງດ້ານວິຊາການ ແລະ ພາສາຕ່າງປະເທດໃຫ້ສູງ

    ຂື້ນເລື້ອຍໆ.

  - ພັດທະນາຄູ-ອາຈານ ແລະ ພະນັກງານໃຫ້ມີຄວາມຮູ້ຄວາມສາມາດໃຫ້ກາຍເປັນນັກຄົ້ນຄວ້າວິໄຈ.

  - ສ້າງບຸກຄະລາກອນໃຫ້ມີລະບຽບວິໄນ ແລະ ອະນຸລັກວັດທະນາທໍາຂອງຊາດໃຫ້ຢືນຍົງຕະຫຼອດໄປ.

  - ກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການຄຸ້ມຄອງ, ທາງດ້ານເສດຖະສາດ ແລະ ການບໍໍລິການ ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ທີ່ມີຄຸນນະພາບສູງ.

3. ເປົ້າໝາຍຍຸດທະສາດ ແລະ ແຜນພັດທະນາ

   ການເຄື່ອນໄຫວວຽກງານດ້ານຕ່າງໆ

  • ດ້ານວຽກງານວິຊາການ

ໄດ້ມີການຈັດຕັ້ງການຮຽນ-ການສອນໃນແຕ່ລະພາກຮຽນ, ຈັດສົ່ງນັກສືກສາລົງຟຶກກງານຕາມສະຖານທີ່ຕ່າງໆກຳນົດໄວ້, ສ້າງຫຼັກສູດການຮຽນ-ການສອນລະດັບປະລິນຍາໂທໃຫ້ສຳເລັດ ແລະ ໃຫ້ໄດ້ເປີດນຳໃຊ້ພາຍໃນສົກປົກປີ 2021-2022, ຕິດຕາມການຮຽນ-ການສອນຂອງພະນັກງານຄູ-ອາຈານ ແລະ ນັກສຶກສາຢ່າງເປັນປົກກະຕິ, ໄດ້ມີການຈັດຕັ້ງການປ້ອງກັນບົດຈົບຊັ້ນຂອງນັກສືກສາ, ເຂົ້າຮ່ວມການຝຶກອົບຮົບໃນດ້ານຕ່າງໆ ແລະ ຄົ້ນຄວ້າວິໄຈຮ່ວມກັບໂຄງການ ADB, ປັບປຸງພັດທະນາຕຳລາ, ບົດສອນ, ທັກສະໃນການສອນ ດ້ວຍການຝຶກອົບຮົມດ້ານວິຊາສະເພາະ, ຈັດຕັ້ງປະຕິວັດແຜນ ການສອບເສງ ໃນແຕ່ລະພາກຮຽນ, ຕິດຕາມການກວດກາບົດສອບເສງ ໃນແຕ່ລະພາກຮຽນ, ຊີ້ນຳພະນັກງານຄູ-ອາຈານພັດທະນາໃນດ້ານການແຕ່ງບົດສອນ, ສີລະບັດ. ຈັດຕັ້ງການໂຕ້ວາທີ, ເຂົ້າຮ່ວມການຝຶກອົບຮົມພາຍໃຕ້ໂຄງການຮ່ວມມືກັບຕ່າງປະເທດເຊັ່ນ: ໂຄງການ One Asian Foundation, ໂຄງການຮ່ວມມືກັບຍີ່ປຸ່ນ AOTS.

       ຄະນະເສດຖະສາດ ແລະ ການຄຸ້ມຄອງ ໄດ້ເຮັດບົດຄົ້ນຄ້ວາ ແລະ ໄດ້ຮັບທຶນອະນຸມັດເຮັດບົດວິໄຈທັງໝົດ 11 ບົດ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ ADB  ຈໍານວນ 6 ບົດ ແລະ ໄດ້ຮັບທຶນຂອງແຂວງ 5 ບົດ.

 

  • ວຽກງານພາລະສຶກສາ

        ວຽກງານພາລະສືກສາກໍ່ແມ່ນວຽກງານໜື່ງ ທີ່ມີຄວາມສໍາຄັນ ເຊີ່ງໃນທຸກໆປີທາງຄະນະກໍ່ຄື: ໜ່ວຍການກິລາ ໄດ້ມີການຈັດນັກປະຕິບັກການແຂ່ງຂັນກິລາປະຈຳຄະນະເຊັ່ນ: ບານເຕະ, ບານສົ່ງ, ເປຕັງ, ແລ່ນ ແລະ ລານ, ກະຕໍ້ຫວາຍ. ນອນນັ້ນຍັງມີການແຂ່ງຂັນກິລາຊາວໜຸ່ມ, ກຳມະບານ ຊຶ່ງສາມາດຍາດຂັນຊະນະເລີດມາຫລາຍລາຍການ.

  • ວຽກງານສີລະປະ

        ວຽກງານ-ສີລະປະສືກສາ ໃນໄລຍະຜ່ານມາຄະນະ ກໍ່ໄດ້ເອົາໃຈໃສຈັດຕັ້ງການແຂ່ງຂັນທັງໃນລະດັບຄະນະ ແລະ ລະດັບະຫາວິທະຍາໄລ ຢ່າງເປັນຂະບວນເຊັ່ນ: ການປະກວດບົດຟ້ອນ, ຮ້ອງເພງ, ຂັບລຳ ແລະ ລະຄອນ ເປັນຕົ້ນ ແລະ ສາມາດຍາດມາໄດ້ລາງວັນຊະນະເລີດໃນປະເພດບົດຟ້ອນ ແລະ ບົດເພງສະຕຣິງ,​ຂັບລຳ.

  • ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ

        ຄະນະກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ ແລະ ໃຫ້ນັກສືກສາມີສະຕິລະວັງຕົວສູງໃນການດຳລົງຊີວິດ ເປັນເຈົ້າການໃນການເວນຍາມ ແລະ ປົກປັກຮັກສາສິ່ງຂອງສ່ວນລວມ ເພື່ອຕ້ານກັບບັນຫາປະກົດການຫຍໍ້ທໍ້ຕ່າງໆ ນອກຈາກນັ້ນໃນແຕ່ລະປີ ຄະນະໄດ້ມີການຈັດຕັ້ງການຮຽນ-ການສອນວິຊາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສ້າງໃຫ້ເຂົາເຈົ້າໃຫ້ກາຍເປັນກຳລັງສຳຮອງ ໃນການກຽມພ້ອມຮັບໃຊ້ຊາດ. ຊຶ່ງໄດ້ຈັດຕັ້ງຄູອາຈານ ແລະ ນັກສຶກສາເວນຍາມໃນແຕ່ລະຄືນ ເພື່ອຮັບປະກັນຄວາມສະຫງົບປອດໄພໃນຊິວິດ ແລະ ຊັບສິນ.

  • ວຽກງານອອກແຮງງານ

        ຄະນະໄດ້ຖືເອົາຕອນບ່າຍຂອງທຸກໆວັນພະຫັດເປັນມື້ກິດຈະກຳ ຊຶ່ງຄູອາຈານ ແລະ ນັກສຶກສາໄດ້ພາກັນອອກແຮງງານ, ອະນາໄມເຂດຮັບຜິດຊອບ ເຊັ່ນ: ອະນາມໄມຂ້າງອາຄານຮຽນ, ສ້ອມແປງຮົ້ວ, ປູກຕົ້ນໄມ້, ເທເບຕົງໜ້າ ແລະ ຂ້າງອາຄານຮຽນ, ປູໂຕໜອນຂ້າງອາຄານຮຽນ, ຢາຍຫີນຂົບ, ປູກຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນໝາກຢູ່ໜ້າອາຄານຮຽນໃຫ້ເປັນຂະບວນຟົດຟື້ນ. ກໍ່ອ່າງເກັບນ້ຳ, ປູກະໂລຫ້ອງນ້ຳ ແລະ ກິດຈະກຳອື່ນໆທີ່ທາງມະຫາວິທະຍາໄລ ແຈ້ງມາໃນແຕ່ລະໄລຍະ.

  • ວຽກງານແລກປ່ຽນ ແລະ ຮ່ວມມືສາກົນ

        ຄະນະໄດ້ມີການແລກປຽ່ນການຮຽນ-ການສອນກັບມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລ ພອນສະຫວັນ, ຮ່ວມມືກັບອົງການ AOTS ແຫ່ງປະເທດຍີ່ປຸ່ນ ແລະ ຮ່ວມມືກັບໂຄງການ One Asian Fourdation ຂອງປະເທດຍີ່ປຸ່ນ ເພື່ອຈັດຝຶກອົບຮົມກ່ຽວກັບທັກສະການນຳໃຊ້ໂປຣແກຣມ excel ໃນການວິເຄາະຂໍ້ມູນ, ເສດຖະສາດແຮງງານ, ເສດຖະກິດລາວ-ເສດຖະກິດໂລກ, ການຂົນສົ່ງ,​ການຈ້າງງານ ແລະ ຄວາມຮູ້ກ່ຽວກັບອາຊຽນ...

  • ກິດຈະກຳສະໜັບສະໜູນວິຊາການ

        ແຕ່ລະພາກຮຽນຄະນະຈະໄດ້ຈັດກິດຈະກຳການເຄື່ອນໄຫວ ເພື່ອສະໜັບສະໜູນການຮຽນ-ການສອນ ເປັນຕົ້ນແມ່ນ ການຈັດຕະຫຼາດນັດນັກສືກສາ, ການທັດສະນະນັກສືກສາ, ແຂ່ງບໍລິການ ແລະ ແຂ່ງຂັນການເຮັດອາຫານ, ຝຶກອົບຮົມວິຊາຄູ 12 ໂມດູນ, ຝຶກອົບຮົມກ່ຽວກັບການສອນອອນລາຍ, ຝຶກອົບຮົມກ່ຽວກັບການທ່ອງທ່ຽວອາຊຽນ ແລະ ຝຶກອົບຮົມກ່ຽວກັບມາດຕະຖານ QA, ຝຶກອົບຮົມກ່ຽວກັບຜູ້ປະກອບການ, ຝຶກອົບຮົມກ່ຽວກັບການຂຽນໂຄງຮ່າງບົດວິໄຈ ແລະ ອື່ນໆ.

  • ແຜນການໃນອະນາຄົດ

        ປັດຈຸບັນກຳລັງກະກຽມອະນຸມັດ ຫຼັກສູດ ປະລິນຍາໂທ ສາຂາການພັດທະນາແບບຍືນຍົງ ແລະ ມີແຜນຈະສ້າງຫລັກສູດປະລິນຍາຕີ 2 ສາຂາຄື: ເສດຖະສາດລະຫວ່າງປະເທດ ແລະ ທຸລະກິດຜູ້ປະກອບການ. ນອກນັ້ນຍັງມີແຜນຮ່ວມມືກັບ ມຊ ໃນການເປີດການຮຽນ-ການສອນຫລັກສູດປະລິນຍາໂທ 2 ສາຂາຄື: ສາຂາເສດຖະສາດພັດທະນາ ແລະ ການວາງແຜນ, ສາຂາບໍລິຫານທຸລະກິດ.

4. ພາກວິຊາ ແລະ ສາຂາວິຊາໃນປັດຈຸບັນ

    ຄະນະເສດຖະສາດ ແລະ ການຄຸ້ມຄອງປະກອບມີ ມີ 3 ພາກວິຊາ: ເສດຖະສາດ, ການຄຸ້ມຄອງ, ທ່ອງທ່ຽວ ແລະ ບໍລິການ, ມີ 4 ພະແນກການຄື: ພະແນກວິຊາການ, ພະແນກບໍລິຫານ-ສັງລວມ, ພະແນກກິດຈະກຳ-ຄຸ້ມຄອງນັກສືກສາ ແລະ ພະແນກຄົນຄວ້າວິທະຍາສາດ ແລະ ບໍລິການວິຊາການ  ມີ 3 ອົງການຈັດຕັ້ງມະຫາຊົນຄື: ຊາວໜຸ່ມ, ເພດຍິງ ແລະ ກໍາມະບານ, ໜ່ວຍງານຕ່າງໆ ທີ່ຂື້ນກັບພະແນກ.

1. ພາກວິຊາເສດຖະສາດ

  • ສາຂາວິຊາເສດຖະສາດ ສຶກສາລະດັບ ປະລິນຍາຕີ.

2. ພາກວິຊາການຄຸ້ມຄອງ

  • ສາຂາວິຊາການຄຸ້ມຄອງ ລະດັບປະລິນຍາຕີ.
  • ສາຂາວິຊາການຕະຫຼາດ ລະດັບປະລິນຍາຕີ.

3. ພາກວິຊາທ່ອງທ່ຽວ ແລະ ບໍລິການ,

  • ສາຂາວິຊາການບໍລິຫານການທ່ອງທ່ຽວ ລະດັບ ປະລິນຍາຕີ.
  • ສາຂາວິຊາການບໍລິຫານໂຮງແຮມ ລະດັບ ປະລິນຍາຕີ.
  • ສາຂາວິຊາການພັດທະນາຊົນນະບົດ ລະດັບ ປະລິນຍາຕີ.
  • ສາຂາວິຊາທ່ອງທ່ຽວ ແລະ ບໍລິການ ລະດັບອະນຸປະລິນຍາ

5. ທີ່ປຶກສາ ແລະ ການຮ່ວມມືສາກົນ

      ຮ່ວມມືກັບອົງການ AOTS ແຫ່ງປະເທດຍີ່ປຸ່ນ ແລະ ຮ່ວມມືກັບໂຄງການ One Asian Fourdation ຂອງປະເທດຍີ່ປຸ່ນ ເພື່ອຈັດຝຶກອົບຮົມກ່ຽວກັບທັກສະການນຳໃຊ້ໂປຣແກຣມ excel ໃນການວິເຄາະຂໍ້ມູນ, ເສດຖະສາດແຮງງານ, ເສດຖະກິດລາວ-ເສດຖະກິດໂລກ, ການຂົນສົ່ງ,ການຈ້າງງານ ແລະ ຄວາມຮູ້ກ່ຽວກັບອາຊຽນ.

6. ຊ່ອງທາງການຕິດຕໍ່ຂອງຄະນະ

  • ສາມາດຕິດຕໍ່ໄດ້ທາງ Face book: ຄະນະເສດຖະສາດ ແລະ ການຄຸ້ມຄອງ ມະຫາວິທະບາໄລ ຈຳປາສັກ

 

 

7. ໂຄງຮ້າງການຈັດຕັ້ງ ແລະ ບຸກຄະລາກອນ

ຄະນະບໍລິຫານຂອງຄະນະ

  1. ປອ ນ ບຸນຖົມ ສິສຸມັງ ຮັກສາການຄະນະບໍດີ      ຊີ້ນຳລວມ
  2. ປທ ນ ສິດທັດຖາ ໄຕແກ້ວພິທູນ ຮອງຄະນະບໍດີ ຊີ້ນຳຝ່າຍວິຊາການ
  3. ປທ ນ ພັດສະນີ ພູວັນ ຮອງຄະນະບໍດີ ຊີ້ນຳຝ່າຍບໍລິຫານ ແລະ ຄຸ້ມຄອງພະນັກງານ
  4. ຮສ ປອ ໂພສີ ຈັນເມັງ ຮອງຄະນະບໍດີ ຊີ້ນຳວຽກງານຄົ້ນຄ້ວາ - ວິໄຈ ແລະ ພັດທະນາຫລັກສູດ

        ຄະນະເສດຖະສາດ ແລະ ການຄຸ້ມຄອງ ປະກອບມີ: ຄະນະບໍດີ 1 ທ່ານ, ຮ້ອງຄະນະບໍດີ 3 ທ່ານ, ມີ 3 ພາກວິຊາ: ເສດຖະສາດ, ການຄຸ້ມຄອງ, ທ່ອງທ່ຽວ ແລະ ບໍລິການ, ມີ 4 ພະແນກການຄື: ພະແນກວິຊາການ, ພະແນກບໍລິຫານ-ສັງລວມ, ພະແນກກິດຈະກຳ-ຄຸ້ມຄອງນັກສືກສາ ແລະ ພະແນກຄົນຄວ້າວິທະຍາສາດ ແລະ ບໍລິການວິຊາການ  ມີ 3 ອົງການຈັດຕັ້ງມະຫາຊົນຄື: ຊາວໜຸ່ມ, ເພດຍິງ ແລະ ກໍາມະບານ, ໜ່ວຍງານຕ່າງໆ ທີ່ຂື້ນກັບພະແນກ.

  • ພະນັກງານທັງໝົດພາຍໃນຄະນະ

- ສະຖິຕິຄູ-ອາຈານທັງໝົດ:  61 ຄົນ, ຍິງ 26 ຄົນ

- ມີໜ້າປະຈຳການ:           53 ຄົນ, ຍິງ 24 ຄົນ

- ພະນັກງານສົມບູນ          48 ຄົນ, ຍິງ 21 ຄົນ

- ພະນັກງານ ຝຶກງານ 95%  5 ຄົນ, ຍິງ   3 ຄົນ

- ພະນັກງານໄປສຶກສາຕໍ່ຢູ່ຕ່າງປະເທດ: 7 ຄົນ, ຍິງ 2 ຄົນ. ພາຍໃນ 1 ຍິງ 1 ຄົນ                                               - ລະດັບວິຊາສະເພາະສໍາລັບຄູ-ອາຈານທີ່ມີໜ້າຕົວຈິງ

  • ປະລິນຍາເອກ: 2 ຄົນ, ຍິງ 1 ຄົນ
  • ປະລິນຍາໂທ: 22 ຄົນ, ຍິງ 5 ຄົນ
  • ປະລິນຍາຕີ: 30 ຄົນ, ຍິງ 18 ຄົນ (ໄປຮຽນຕໍ່ພາຍໃນ ຍິງ 1 ຄົນ)

Comments powered by CComment