ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

IMG 7099

  1. ວິໄສທັດ ແລະ ພາລະບົດບາດ
  • ວິໄສທັດ: ສ້າງຄະນະວິທະຍາສາດ ທຳມະຊາດ ໃຫ້ເປັນສູນກາງການສຶກສາຄົ້ນຄວ້າວິໄຈ ແລະ ບໍລິການວິຊາການ ໃຫ້ແກ່ສັງຄົມໃນພາກໃຕ້ ຂອງ ສປປລາວ ໃຫ້ມີມາດຕະຖານທຽບເທົ່າກັບພາກພື້ນ ແລະ ສາກົນ. ທັງເປັນບ່ອນກໍ່ສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດຈະລິຍະທຳ ແລະ ສີວິໄລທາງດ້ານຈິດໃຈ.
  • ພາລະບົດບາດ: ຄະນະວິທະຍາສາດ ທຳມະຊາດ ຂຽນຫຍໍ້ “ຄວທ” ເປັນກົງຈັກວິຊາການ, ມີພາລະບົດ

ບາດເປັນເສນາທິການໃຫ້ແກ່ອະທິການບໍດີ ໃນການຈັດຕັ້ງການຮຽນ-ການສອນ ເພື່ອກໍ່ສ້າງນັກວິຊາການ, ນັກຄົ້ນຄວ້າ ແລະ ໃຫ້ບໍລິການທາງດ້ານວິຊາການແກ່ສັງຄົມ.

  1. ເປົ້າໝາຍ ຍຸດທະສາດ ແລະ ແຜນພັດທະນາ
  2. ແຜນພັດທະນາຂະຫຍາຍສາຂາວິຊາ:

ປະຈຸບັນຄະນະວິທະຍາສາດ ທໍາມະຊາດ ປະກອບທັງໝົດ 04 ພາກວິຊາ: ພາກວິຊາເຄມີສາດ, ພາກວິຊາຊີວະສາດ, ​ພາກວິຊາຟີຊິກສາດ ແລະ ພາກວິຊາຄະນິດສາດ ແລະ ມີ 04 ສາຂາວິຊາ: ເຄມີສາດທົ່ວໄປ, ຊີວະສາດ

ທົ່ວໄປ, ຟີຊິກສາດທົ່ວໄປ ແລະ ຄະນິດສາດທົ່ວໄປ.

ເພື່ອອີງໃສ່ແຜນພັດທະນາ  ຄະນະວິທະຍາສາດ ທໍາມະຊາດ ມີຄວາມຕ້ອງການຂະຫຍາຍສາຂາວິຊາຮຽນເພີ່ມຂື້ນຈຳນວນ 08 ສາຂາວິຊາ ໂດຍຄາດຄະເນວ່າຈະເລີ່ມແຕ່ປີ 2025-2040 ດັ່ງລຸ່ມນີ:

  • ພາກວິຊາຟີຊິກສາດ ຄາດຄະເນຂະຫຍາຍ 03 ສາຂາວິຊາໄດ້ແກ່:
  • ສາຂາຟີຊິກສາດນຳໃຊ້ ໃນຊ້ວງໄລຍະປີ 2025 - 2030
  • ສາຂາວັດສະດຸສາດ ໃນຊ້ວງໄລຍະປີ 2030 - 2035
  • ສາຂາພະລັງງານທົດແທນ ໃນຊ້ວງໄລຍະປີ 2030 - 2040
  • ພາກວິຊາເຄມີສາດ ຄາດຄະເນຂະຫຍາຍ 01 ສາຂາວິຊາໄດ້ແກ່:
  • ສາຂາເຄມີອຸດສະຫາກຳ ໃນຊ້ວງໄລຍະປີ 2027 - 2032
  • ພາກວິຊາຊີວະສາດ ຄາດຄະເນຂະຫຍາຍ 01 ສາຂາວິຊາໄດ້ແກ່:
  • ສາຂາວິຊາໃບໂອເຕັກ ໃນຊ້ວງໄລຍະປີ 2027 - 2032
  • ພາກວິຊາຄະນິດສາດ ຄາດຄະເນຂະຫຍາຍ 03 ສາຂາວິຊາໄດ້ແກ່:
  • ສາຂາວິຊາວິທະຍາສາດຄອມພິວເຕີ ໃນຊ້ວງໄລຍະປີ 2025 - 2030
  • ສາຂາສະຖິຕິ ໃນຊ້ວງໄລຍະປີ 2031 - 2036
  • ສາຂາຄະນິດສາດປະກັນໄພ ໃນຊ້ວງໄລຍະປີ 2035 – 2040
  1. ແຜນຄາດຄະເນພັດທະນາພື້ນຖານໂຄງລ່າງ
  • ສ້າງອາຄານສຳລັບພະນັກງານ,​ຄູ-ອາຈານ (1 ຫຼັງ ) 2 ຊັ້ນ ເຊີ່ງປະກອບມີດັ່ງນີ້:
  • ຫ້ອງຄະນະບໍດີ ແລະ ຮອງຄະນະບໍດີ (ແຍກເປັນ 4 ຫ້ອງ)
  • ຫ້ອງການສຳລັບພະນັກງານ,​ ຄູ-ອາຈານ 4 ພາກວິຊາ (ແຍກເປັນ 4 ຫ້ອງ)
  • ຫ້ອງການສຳລັບພະນັກງານພະນັກງານບໍລິຫານຂອງພະແນກການຕ່າງໆ ( ແຍກເປັນ 4 ຫ້ອງ)
  • ຫ້ອງປະຊຸມສຳລັບກອງປະຊຸມພາຍໃນຄະນະ ( 1 ຫ້ອງ )
  • ຫ້ອງສະໝຸດກາງຂອງຄະນະ( 1 ຫ້ອງ )
  • ສ້າງບ່ອນຈົດລົດໃນຮົ່ມສຳລັບພະນັກງານ, ຄູ-ອາຈານ
  • ສ້າງອາຄານຮຽນສຳລັບການຮຽນ-ການສອນ ຂອງຄູ ແລະ ນັກສຶກສາ (1 ຫຼັງ) 2 ຊັ້ນ ເຊີ່ງປະກອບມີ

     ດັ່ງນີ້:

  • ຫ້ອງຄອມພິວເຕີສຳລັບນັກສຶກສາ ( 1 ຫ້ອງ)
  • ຫ້ອງຮຽນ 20 ຫ້ອງ
  • ສ້າງອາຄານທົດລອງສຳລັບການຮຽນ-ການສອນ ຂອງຄູ ແລະ ນັກສຶກສາ (1ຫຼັງ) 2ຊັ້ນເຊີ່ງປະກອບມີ

     ດັ່ງນີ້:

  • ຫ້ອງທົດລອງຂັ້ນສູງສຳລັບເຄມີອົງຄະທາດ (1 ຫ້ອງ)
  • ຫ້ອງທົດລອງເຄມີອະນົງຄະທາດ (1 ຫ້ອງ)
  • ຫ້ອງທົດລອງຟີຊິສາດພື້ນຖານ (3 ຫ້ອງ)
  • ທົດລອງຟີຊິກສາດລະດັບສູງ (2 ຫ້ອງ)
  • ສ້າງພື້ນທີ່ຈຳລອງສຳລັບການຮຽນ-ການສອນນອກຫ້ອງຮຽນ (ເນື້ອທີ່ 5 ເຮັກຕາ)
  • ສ່ວນອະນຸລັກພືດທີ່ຫາຍາກ ແລະ ໃກ້ສູນພັນ ພາກວິຊາເຄມີສາດ ແລະ ພາກວິຊາຊີວະສາດ(2 ເຮັກຕາ)
  • ສ້າງສະຖານທີ່ຕິດຕັ້ງພະລັງງານແສງຕາເວັນ, ຄວາມຮ້ອນ ແລະ ດາລາສາດ ຂອພາກວິຊາຟີຊິກສາດ

(1 ເຮັກຕາ)

  • ສ້າງສະໜາມກິລາຂອງຄະນະ (1 ເຮັກຕາ)
  • ສ້າງສວນສາທາລະນະເພື່ອເປັນບ່ອນພັກຜ່ອນຂອງນັກສຶກສາ (1 ເຮັກຕາ)
  1. ແຜນຄວາມຕ້ອງການນັກສຶກສາໃນສາຂາວິຊາໃໝ່

ຄາດຄະເນຫ້ອງຮຽນ ສຳລັບນັກສຶກສາ ໃນ 08 ສາສາຂາວິຊາ ແຕ່ປີ 1 - ປີ 4 ຈໍານວນທັງໝົດ 32 ຫ້ອງ, ຈຳນວນນັກສຶກສາ  35 ຄົນ/ ຫ້ອງ, ລວມນັກສຶກສາ ແຕ່ປີ 1 - ປີ 4 ຈຳນວນທັງໝົດ 1,120 ຄົນ,  ເຊີ່ງມີລາຍລະອຽດດັ່ງນີ້:

  • ຫ້ອງສາຂາຟີຊິກສາດນຳໃຊ້                   ປີ1 - ປີ4 ຄາດຄະເນຈຳນວນ ນ/ສ 35ຄົນ/ຫ້ອງ ລວມ 140
  • ຫ້ອງສາຂາວັດສະດຸສາດ                         ປີ1 - ປີ4 ຄາດຄະເນ ຈຳນວນ ນ/ສ 35ຄົນ/ຫ້ອງ ລວມ 140
  • ຫ້ອງສາຂາພະລັງງານທົດແທນ             ປີ1 - ປີ4 ຄາດຄະເນ ຈຳນວນ ນ/ສ 35ຄົນ/ຫ້ອງ ລວມ 140
  • ຫ້ອງສາຂາເຄມີອຸດສະຫາກຳ                 ປີ1 - ປີ4 ຄາດຄະເນ ຈຳນວນ ນ/ສ 35ຄົນ/ຫ້ອງ ລວມ 140
  • ຫ້ອງສາຂາວິຊາໃບໂອເຕັກ              ປີ1 - ປີ4 ຄາດຄະເນຈຳນວນ ນ/ສ 35ຄົນ/ຫ້ອງ ລວມ 140
  • ຫ້ອງສາຂາວິຊາວິທະຍາສາດຄອມພິວເຕີ ປີ1 - ປີ4 ຄາດຄະເນຈຳນວນ ນ/ສ 35ຄົນ/ຫ້ອງ ລວມ 140
  • ຫ້ອງສາຂາສະຖິຕິ ປີ1 - ປີ4 ຄາດຄະເນຈຳນວນ ນ/ສ 35ຄົນ/ຫ້ອງ ລວມ 140
  • ຫ້ອງສາຂາຄະນິດສາດປະກັນ              ປີ1 - ປີ4 ຄາດຄະເນຈຳນວນ ນ/ສ 35ຄົນ/ຫ້ອງ ລວມ 140
  • ພາກວິຊາ ແລະ ສາຂາຮຽນໃນປັດຈຸບັນ

            ປະຈຸບັນຄະນະວິທະຍາສາດ ທຳມະຊາດ ປະກອບມີ 04 ພາກວິຊາ:

  • ພາກວິຊາຟີຊິກສາດ(ໜວຍວິຊາ ຟີຊິກສາດທົ່ວໄປ)
  • ພາກວິຊາເຄມີສາດ(ໜ່ວຍວິຊາ ເຄມີທົ່ວໄປ)
  • ພາກວິຊາຊີວະສາດ(ໜ່ວຍວິຊາ ຊີວະທົ່ວໄປ)
  • ພາກວິຊາຄະນິດສາດ(ໜ່ວຍວິຊາ ຄະນິດສາດທົ່ວໄປ)
  1. ທີ່ປຶກສາ ແລະ ການຮ່ວມມືສາກົນ

          ຄະນະວິທະຍາສາດ ທຳມະຊາດ ໄດ້ມີການພົວພັນ, ຮ່ວມມືທາງດ້ານວິຊາການ, ການເຄື່ອນໄຫວກັບສະຖາບັນ ແລະ ພາກສ່ວນອື່ນໆ ຢູ່ພາຍໃນ ແລະ ຕ່າງປະເທດຕາມການມອບໝາຍ.

  1. ຊ່ອງທາງການຕິດຕໍ່ຂອງຄະນະ

ສາມາຕິດຕໍ່ຄະນະວິທະຍາສາດ ທະມະຊາດ ໄດ້ໃນ 2 ຊ່ອງທາງດັ່ງລຸ່ມນີ້:

  • ເບີໂທ 030 4977396
  • Email: This email address is being protected from spambots. You need JavaScript enabled to view it.
  1. ໂຄງຮ່າງຈັດຕັ້ງ/ບຸກຄະລາກອນ

ຄະນະວິທະຍາສາດ ທຳມະຊາດ ປະກອບມີຕຳແໜ່ງບໍລິຫານດັ່ງລຸ່ມນີ້:

  • ຄະນະບໍດີ 1 ຕຳແໜ່ງ
  • ຮອງຄະນະບໍດີ 3 ຕຳແໜ່ງ
  • ຫົວໜ້າພາກວິຊາ 4 ຕຳແໜ່ງ
  • ຮອງພາກວິຊາ 8 ຕຳແໜ່ງ
  • ຫົວໜ້າພະແນກ 4 ຕຳແໜ່ງ
  • ຮອງພະແນກ 8 ຕຳແໜ່ງ
  • ຫົວໜ້າໜ່ວຍວິຊາ 4 ຕຳແໜ່ງ

Comments powered by CComment