ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

IMG 7364

 

 ທີ່​ຕັ້ງ  ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຈຳ​ປາ​ສັກ
 ​ຄະ​ນະ​ບໍ​ດີ  ປທ ເພັດອຳຄາ ເທບປັນຍາ ຮັກສາການຄະນະບໍດີ ຊີ້ນຳລວມ
 ​ຕິດ​ຕໍ່​ພົວ​ພັນ  

 

  • ພະນັກງານທີ່ມີໜ້າຕົວຈິງພາຍໃນຄະນະ
  • ພະນັກງານຄູ - ອາຈານລວມທັງໝົດມີ :                 30 ຄົນ, ຍິງ 04 ຄົນ
  • ພະນັກງານຄູ - ອາຈານວິສະວະກໍາໂຍທາລວມທັງໝົດມີ : 13 ຄົນ, ຍິງ 01 ຄົນ
  • ພະນັກງານຄູ - ອາຈານວິສະວະກໍາໄຟຟ້າລວມທັງໝົດມີ : 12 ຄົນ, ຍິງ 03 ຄົນ
  • ພະນັກງານຄູ - ອາຈານສະຖາປັດຕະຍະກໍາສາດລວມທັງໝົດມີ : 05 ຄົນ, ຍິງ 00 ຄົນ
  1. ຄະນະບໍລິຫານຂອງຄະນະ
  2. ປທ ເພັດອຳຄາ ເທບປັນຍາ ຮັກສາການຄະນະບໍດີ ຊີ້ນຳລວມ
  3. ປທ ເສົາມະນີ ຄຳບູ່ ຮອງຄະນະບໍດີ ຊີ້ນຳຝ່າຍວິຊາການ
  4. ປທ ທະນູທອງ ສຸລິຍາວົງ ຮອງຄະນະບໍດີ ຊີ້ນຳຝ່າຍບໍລິຫານ ແລະຄຸ້ມຄອງພະນັກງານ
  5. ປອ ວິໂລດ ກິມາລາ ຮອງຄະນະບໍດີ ຊີ້ນຳວຽກງານຄົ້ນຄ້ວາ - ວິໄຈ ແລະຄຸ້ມຄອງນັກສຶກສາ
  6. ຄະນະບໍລິຫານພາກວິຊາ
  7. ປທ ສົມພະໄທ ສີບຸນເຮືອງ ຫົວໜ້າພາກວິຊາ ວິສະວະກຳໄຟຟ້າ
  8. ປທ ນ. ຂັນພອນ ສອນປັນຍາ ຮອງຫົວໜ້າພາກວິຊາ ວິສະວະກຳໄຟຟ້າ
  9. ປທ ວິລະວົງ ຄຳເທພາ ຫົວໜ້າພາກວິຊາ ວິສະວະກຳໂຍທາ
  10. ປຕ ສອນຄີລີ ແສນຄຳ ຮອງຫົວໜ້າພາກວິຊາ ວິສະວະກຳໂຍທາ
  11. ປທ ແກ້ວມະນີ ຄຳພູມີ ຫົວໜ້າພາກວິຊາສະຖາປັດຕະຍະກຳສາດ
  12. ປຕ ແສງສຸກສັນ ພັນທຸວົງ ຮອງຫົວໜ້າພາກວິຊາສະຖາປັດຕະຍະກຳສາດ
  • ພະແນກພາຍໃນຄະນະ
  1. ປທ ພອນປະສົງ ບົວລະວົງ ຫົວໜ້າພະແນກວິຊາການຂອງຄະນະ
  2. ປທ ຄຳສະຫວາດ ວົງປະຊາ ຮອງຫົວໜ້າພະແນກວິຊາການຂອງຄະນະ
  3. ປທ ນ ສີປະໄພ ພາວົງສິດ ຫົວໜ້າພະແນກບໍລິຫານຂອງຄະນະ
  4. ປຕ ອິນແປງ ເພັດວິຈິດ ຮອງຫົວໜ້າພະແນກບໍລິຫານຂອງຄະນະ
  5. ປທ ສີຍາ ໄຊຍະສິດ ຫົວໜ້າພະແນກກິດຈະກຳຂອງຄະນະ
  6. ປຕ ພົງສະຫັວນ ແສງດາວັນ ຮອງຫົວໜ້າພະແນກກິດຈະກຳຂອງຄະນະ
  7. ປອ ບຸນຖັນ ບັນທະສິດ ຫົວໜ້າພະແນກການຄົ້ນຄ້ວາ - ວິໄຈຂອງຄະນະ
  8. ປທ ສິດທິເດດ ວົງຈັນ ຮອງຫົວໜ້າພະແນກການຄົ້ນຄ້ວາ - ວິໄຈຂອງຄະນະ
  1. ປະຫວັດ​ຫຍໍ້

​​ໂດຍປະຕິບັດຕາມແຜນຍຸດທະສາດການສຶກສາຂອງກະຊວງສຶກສາທິການ ແລະກິລາວາງອອກ ແນ່ໃສ່ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານການສຶກສາຊັ້ນສູງ ໃຫ້ສາມາດຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ມະຫາວິທະຍາໄລ ແຫ່ງຊາດ ສາຂາຈໍາປາສັກ ໄດ້ຮັບການສ້າງຕັ້ງຂຶ້ນຕາມດໍາລັດຂອງນາຍົກລັດຖະມົນຕີ ເລກທີ214/ນຍໃນວັນທີ 28.11.2002 ແລະ ໄດ້ປ່ຽນຊື່ເປັນມະຫາວິທະຍາໄລ ຈໍາປາສັກ ຕາມດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 95 /ນຍ ລົງວັນທີ 05.07.2004

ຄະນະ ວິສະວະກໍາສາດ ມີຊື່ຫຍໍ້ວ່າ ຄວສ  ແລະໄດ້ເປີດການຮຽນ-ການສອນໃນປີ 2003,ເຊີ່ງມາຮອດປະຈຸບັນປະກອບມີ 3 ລະບົບຄື: ລະບົບປະລິນຍາຕີ,ລະບົບຕໍ່ເນື່ອງປະລິນຍາຕີ ແລະລະບົບອະນຸປະລິນຍາ ແລະສາຂາວິຊາຮຽນມີ 3 ສາຂາວິຊາຄື: ສາຂາວິຊາ ວິສະວະກໍາໂຍທາ,ສາຂາວິຊາ ວິສະວະກໍາໄຟຟ້າ ແລະ ສະຖາປັດຕະຍະກໍາສາດ,ພະນັກງານທັງໝົດ 30 ຄົນ,ຍິງ 4 ຄົນ ແລະມີວຸດທິການສຶກສາໃນລະດັບປະລິນຍາເອກ 4 ຄົນ,ຍິງ 0 ຄົນ,ລະດັບປະລິນຍາໂທ 14 ຄົນ,ຍິງ 2 ຄົນ ແລະ ລະດັບປະລິນຍາຕີ 12 ຄົນ,ຍິງ 2 ຄົນ.

  1. ວິ​ໄສ​ທັດ

ຄະນະ ວິສະວະກໍາສາດມີປັດຊະຍາຄື: ມຸ້ງໝັ້ນຕັ້ງໃຈໃນການຜະລິດ ນັກວິສະວະກອນ ກໍຄື ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ ຄວາມສາມາດ ດ້ານວິຊາການ ມີຄຸນນະພາບສູງນໍາເອົາຄວາມຮູ້ໄປນໍາໃຊ້ໃຫ້ເກີດປະໂຫຍດແກ່ສັງຄົມ ແລະ ປະເທດຊາດ ສ້າງໃຫ້ເປັນຄະນະວິຊາແຫ່ງພູມປັນຍາ,ມີຄຸນນະທໍາຮັບໃຊ້ສັງຄົມ,ມຸ້ງໝັ້ນກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມເປັນເລີດທາງດ້ານວິຊາການ,ສ້າງມາດຕະຖານການຮຽນຮູ້,ກ້າວເຂົ້າສູ່ອະນຸພາກພື້ນແລະສາກົນ.

 

  1. ພາລະ​ໜ້າ​ທີ່​​ ແລະ ຈຸດປະສົງ

ຄະນະ​ວິສະວະກຳ​ສາດຂຽນຫຍໍ້“”ຄວສ””ແມ່ນ ຄະນະວິຊາໜຶ່ງຂອງ ມະຫາວິທະຍາໄລ ຈຳປາສັກ ທີ່ມີພາລະບົດບາດເປັນເສນາທິການໃຫ້ແກ່ອະທິການບໍດີ ໃນການຈັດຕັ້ງການຮຽນ-ການສອນເພື່ອກໍ່ສ້າງນັກວິຊາການ,ນັກຄົ້ນຄວ້າ ແລະ ນັກວິທະຍາສາດ ແລະ ໃຫ້ການບໍລິການດ້ານວິຊາການແກ່ສັງຄົມ.

 ຄະນະ ວິສະວະກໍາສາດ ປັດຈຸບັນມີ 3 ພາກວິຊາຄື:

  • ພາກວິຊາ ວິສະວະກໍາໂຍທາ
  • ພາກວິຊາ ວິສະວະກໍາໄຟຟ້າ
  • ພາກວິຊາ ສະຖາປັດຕະຍະກໍາສາດ

ສໍາລັບການພັດທະນາຫຼັກສູດການຮຽນ-ການສອນ ປະກອບມີ ທັງໝົດ 8 ຫຼັກສູດຄື:

  • ພາກວິຊາ ວິສະວະກໍາໂຍທາ ປະກອບມີ 4 ຫຼັກສູດ
  1. ຫຼັກສູດປະລິນຍາໂທ (ໄລຍະຮຽນ 2 ປີ)
  2. ຫຼັກສູດປະລິນຍາຕີ (ໄລຍະຮຽນ 4 ປີ)
  3. ຫຼັກສູດຕໍ່ເນື່ອງປະລິນຍາຕີ (ໄລຍະຮຽນ 2 ປີ)
  4. ຫຼັກສູດອະນຸປະລິນຍາ (ໄລຍະຮຽນ 3 ປີ)
  • ພາກວິຊາ ວິສະວະກໍາໄຟຟ້າ ປະກອບມີ 3 ຫຼັກສູດ
  1. ຫຼັກສູດປະລິນຍາຕີ (ໄລຍະຮຽນ 4 ປີ)
  2. ຫຼັກສູດຕໍ່ເນື່ອງປະລິນຍາຕີ (ໄລຍະຮຽນ 2 ປີ)
  3. ຫຼັກສູດອະນຸປະລິນຍາ (ໄລຍະຮຽນ 3 ປີ)
  • ພາກວິຊາ ວິສະວະກໍາໂຍທາ ປະກອບມີ 4 ຫຼັກສູດ
  • ພາກວິຊາ ສະຖາປັດຕະຍະກໍາສາດ ປະກອບມີ 01 ຫຼັກສູດ
  1. ຫຼັກສູດປະລິນຍາຕີ (ໄລຍະຮຽນ 5 ປີ)

 ການຮ່ວມມື ຂອງ ຄະນະ ວິສະວະກໍາສາດ

ໄດ້ພົວພັນຮ່ວມມື ກັບບັນດາພາກສ່ວນ ຕ່າງໆເຊັ່ນ: ພະແນກ ໂຍທາທິການແລະຂົນສົ່ງ(ຍທຂ) , ລັດວິສະຫະກິດໄຟຟ້າລາວ,ອົງການພັດທະນາແລະບໍິຫານຕົວເມືອງ(ອພບຕ) ຂອງ 4 ແຂວງພາກໃຕ້ແລະ ຫ້ອງການມໍລະດົກໂລກ ວັດພູ.

 ແຜນພັດທະນາ ແລະ ພື້ນຖານໂຄງລ່າງແຕ່ປີ 2020-2030  ຂອງ ຄະນະ ວິສະວະກໍາສາດ.

ຄະນະ ວິສະວະກຳສາດ ຂໍຖືເປັນກຽດລາຍງານມາຍັງທ່ານຊາບວ່າ: ເພື່ອເຮັດໃຫ້ການກະກຽມແຜນແມ່ບົດ ເພື່ອການພັດທະນາ ມະຫາວິທະຍາໄລ ຈໍາປາສັກ ແຕ່ປີ 2020-2030 ໄດ້ດໍາເນີນໄປຢ່າງຖືກເປົ້າໝາຍ, ຄະນະ   ວິສະວະກໍາສາດ ໄດ້ຄົ້ນຄ້ວາພິຈາລະນາຂໍ້ມູນໃນການກະກຽມແຜນພັດທະນາ ແລະ ພື້ນຖານໂຄງລ່າງພາຍໃນຄະນະ ເຊີ່ງຜ່ານການຄົ້ນຄ້ວາ ສາມາດສັງລວມໄດ້ດັ່ງລຸ່ມນີ້:

  1. ສະພາບປະຈຸບັນຂອງຄະນະ ວິສະວະກໍາສາດ

ຄະນະ ວິສະວະກໍາສາດ ປະກອບມີ 03 ພາກວິຊາຄື:

  • ພາກວິຊາ ວິສະວະກໍາໂຍທາ: ລະດັບ ອະນຸປະລິນຍາ; ລະດັບ ປະລິນຍາຕີ ແລະ ລະດັບ ປະລິນຍາໂທ.
  • ພາກວິຊາ ວິສະວະກໍາໄຟຟ້າ: ລະດັບ ອະນຸປະລິນຍາ ແລະ ລະດັບ ປະລິນຍາຕີ.
  • ພາກວິຊາ ສະຖາປັດຕະຍະກໍາສາດ: ລະດັບ ປະລິນຍາຕີ.
  1. ແຜນພັດທະນາ(ພາກວິຊາ ແລະ ສາຂາວິຊາ) ແລະ ພື້ນຖານໂຄງລ່າງຂອງຄະນະ ວິສະວະກໍາສາດ
  • ແຜນພັດທະນາ ພາກວິຊາ:
  • ພາກວິຊາ ວິສະວະກໍາໂຍທາ
  • ພາກວິຊາ ວິສະວະກໍາໄຟຟ້າ
  • ພາກວິຊາ ວິສະວະກໍາແຫຼ່ງນໍ້າ
  • ພາກວິຊາ ວິສະວະກໍາກົນຈັກ
  • ພາກວິຊາ ສະຖາປັດຕະຍະກໍາສາດ
  • ແຜນພັດທະນາ ສາຂາວິຊາ
  • ພາກວິຊາ ວິສະວະກໍາໂຍທາ ປະກອບມີ 2 ສາຂາວິຊາ: ວິສະວະກໍາກໍ່ສ້າງ ແລະ ວິສະວະກໍາຂົວທາງ-ຂົນສົ່ງ
  • ພາກວິຊາ ວິສະວະກໍາໄຟຟ້າ ປະກອບມີ 2 ສາຂາວິຊາ: ວິສະວະກໍາໄຟຟ້າເອເລັກໂຕນີກ ແລະວິສະວະກໍາໄຟຟ້າກໍາລັງ
  • ພາກວິຊາ ວິສະວະກໍາແຫຼ່ງນໍ້າ ປະກອບມີ 1 ສາຂາວິຊາ: ວິສະວະກໍາແຫຼ່ງນໍ້າ.
  • ພາກວິຊາ ວິສະວະກໍາກົນຈັກ ປະກອບມີ 1 ສາຂາວິຊາ: ວິສະວະກໍາກົນຈັກ.
  • ພາກວິຊາ ສະຖາປັດຕະຍະກໍາສາດປະກອບມີ 2 ສາຂາວິຊາ: ສະຖາປັດຕະຍະກໍາສາດ,ສະຖາປັດຕະຍະກໍາທ້ອງຖີ່ນ

ການອະນຸລັກ ແລະ ການຈັດການມໍລະດົກ ທາງສະຖາປັດຕະຍະກໍາສາດ, ຕົວເມືອງສີຂຽວ ແລະ ການນໍາໃຊ້ທີ່ດິນ

Comments powered by CComment