ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

IMG 7084

ທີ່ຕັ້ງ ແລະ ພາລະບົດບາດ

ຄະນະນິຕິສາດ ແລະ ລັດຖະສາດ ແມ່ນຄະນະວິຊາໜື່ງດ້ານວິຊາການ ຂອງມະຫາວິທະຍາໄລ ຈຳປາສັກ ມີພາລະບົດບາດ

ເປັນເສນາທິການໃຫ້ແກ່ອະທິການບໍດີໃນການຈັດຕັ້ງການຮຽນ-ການສອນ ເພື່ອກໍ່ສ້າງນັກວິຊາການ, ນັກຄົ້ນຄ້ວາ ນັກວິທະຍາສາດ

ແລະ ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ.

ວິໃສທັດ ຮອດປີ 2025

ຄະນະ ນິຕິສາດ ແລະ ລັດຖະສາດ ຈະກາຍເປັນສູນກາງການຮຽນຮູ້, ຄົ້ນຄວ້າວິທະຍາສາດ ແລະ ໃຫ້ການບໍລິການດ້ານກົດໝາຍແກ່ປະຊາຊົນ.

ໂຄງປະກອບກົງຈັກ

ໂຄງປະກອບກົງຈັກດ້ານວິຊາການ
ປະກອບມີ 2 ພາກວິຊາຄື: ພາກວິຊານິຕິສາດ ແລະ ພາກວິຊາລັດຖະສາດ.

ໂຄງປະກອບບໍລິຫານ ມີ 4 ພະແນກຄື:
ພະແນກບໍລິຫານ.
ພະແນກວິຊາການ.
ພະແນກຄົ້ນຄ້ວາວິທະຍາສາດ.
ພະແນກຄຸ້ມຄອງນັກສືກສາ.
ໂຄງປະກອບບຸກຄະລາກອນປະກອບມີ:

ຄະນະບໍດີ 1 ທ່ານ.
ຮອງຄະນະບໍດີ 1 ທ່ານ.
ຫົວໜ້າພາກວິຊາ 2 ທ່ານ, ຮອງຫົວໜ້າພາກວິຊາ 4 ທ່ານ.
ຫົວໜ້າພະແນກ 4 ທ່ານ, ຮອງຫົວໜ້າພະແນກ 7 ທ່ານ.
ຫຼັກສູດການຮຽນ-ການສອນ ມີ 6 ຫຼັກສູດຄື:

ປະລີນຍາຕີພາກປົກກະຕິ ມີ 2 ຫຼັກສູດຄື: ປະລີນຍາຕີນິຕິສາດ ແລະ ປະລີນຍາຕີລັດຖະສາດ.
ປະລີນຍາຕີຕໍ່ເນື່ອງ ມີ 2 ຫຼັກສູດຄື: ປະລີນຍາຕີຕໍ່ເນື່ອງນິຕິສາດ ແລະ ປະລີນຍາຕີຕໍ່ເນື່ອງລັດຖະສາດ.
ອະນຸປະລີນຍາ ມີ 2 ຫຼັກສູດຄື: ອະນຸປະລີນຍານິຕິສາດ ແລະ ອະນຸປະລີນຍາລັດຖະສາດ.

Comments powered by CComment