ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

IMG 7125ວິໄສທັດ 

ມຸ້ງໝັ້ນພັດທະນາຄູໃຫ້ເປັນແຫຼ່ງສະໜອງບຸກຄະລາກອນທາງການສຶກສາທີ່ມີຄຸນນະພາບຕິດພັນກັບ 3 ລັກສະນະ 5 ຫຼັກມູນການສຶກສາ.

ຄວາມ​ເປັນ​ມາ

        ຄະນະສຶກສາສາດໄດ້ຮັບການສ້າງຕັ້ງຂຶ້ນໃນສົກຮຽນ 2002-2003 ເພື່ອກໍ່ສ້າງບຸກຄະລາກອນຄູມັດທະຍົມຕອນປາຍອອກຮັບໃຊ້ສັງຄົມ.ໃນເບື້ອງຕົ້ນປະກອບມີສອງພາກວິຊາຄື: ພາກວິຊາຄະນິດສາດ ແລະ ພາກວິຊາພາສາລາວ-ວັນນະຄະດີ. ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ດັ່ງນັ້ນ, ມາຮອດສົກຮຽນ 2005-2006 ຈຶ່ງໄດ້ຂະຍາຍພາກວິຊາຂຶ້ນຕື່ມອີກ 1 ພາກວິຊາ ຄື: ພາກວິຊາ ພາສາອັງກິດ.

        ຄະນະສຶກສາສາດ   ໄດ້ຈັດຕັ້ງການຮຽນ-ການສອນຢູ່ໃນ 2 ຫຼັກສູດຄື: ພາກປົກກະຕິນຳໃຊ້ຫຼັກສູດການຮຽນ-ການສອນລະບົບ 2+3, ພາກພິເສດນຳໃຊ້ຫຼັກສູດການຮຽນ-ການສອນ ລະບົບ 0+5 ແລະ ມາຮອດ-¦ö¡»¼­ 2011- 2012 ໄດ້ນຳໃຊ້ຫຼັກສູດການຮຽນ-ການສອນ 0 + 4 ¯ó. ມາຮອດສົກຮຽນ 2016-2017 ແມ່ນໄດ້ ນຳໃຊ້ຫຼັກສູດ 12+4 ຂອງກົມສ້າງຄູ ທີ່ສາມາດສອນໄດ້ແຕ່ ມໍ1 ຫາ ມໍ 7 ແລະ ໄດ້ຂະຫຍາຍສາຂາວິຊາຮຽນຕື່ມອີກ 3 ສາຂາວິຊາຮຽນຄື: ພາສາອັງກິດທົ່ວໄປ, ຄູຊີວະສາດ ແລະ ຄູຟິຊິກສາດ. ເຊິ່ງໃນແຕ່ລະສົກຮຽນແມ່ນໄດ້ສົ່ງນັກສຶກສາລົງປະສົບການ ແລະ ຝຶກຫັດວິຊາຊີບຄູຕາມໂຮງຮຽນແຫຼ່ງຕ່າງໆໃນທົ່ວແຂວງ ຈຳປາສັກ ເຊິ່ງໃນໄລຍະຜ່ານມາ ສາມາດສົ່ງນັກສຶກສາລົງຝຶກງານທັງໝົດ 14 ຮຸ່ນ.

     ຄະນະສຶກສາສາດຍັງໄດ້ເປີດຫຼັກສູດຕໍ່ເນື່ອງພາສາອັງກິດ, ຄະນິດສາດ, ແລະ ພາສາລາວ-ວັນນະຄະດີພາກປົກະຕິນຳອີກ ແລະ ຍັງໄດ້ເປີດຫຼັກສູດການຮຽນ-ການສອນພາສາຫວຽດນາມ ໃຫ້ແກ່ພະນັກນັກງານ, ຄູອາຈານ ແລະ ນັກສຶກສາ ໃນຫຼັກສູດ ລະບົບ 9 ເດືອນ ແລະ ລະບົບ 6 ເດືອນທີ່ກະກຽມສຶກສາຕໍ່ທີ່ ສສ ຫວຽດນາມ ແລະ ເປີດຫຼັກສູດການຮຽນ-ການສອນພາສາລາວໃຫ້ແກ່ນັກສຶກສາຫວຽດນາມ ແລະ ກຳປູເຈຍ.

        ນອກຈາກນັ້ນ, ພະນັກງານ-ຄູອາຈານຍັງໄດ້ເຂົ້າຮ່ວມກອງປະຊຸມຕ່າງໆເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານວິຊາການ ທັງພາຍໃນ ແລະ ຕ່າງປະເທດນຳອີກ.

  1. ເປົ້າໝາຍ ຍຸດທະສາດ ແລະ ແຜນພັດທະນາ

          ເປົ້າໝາຍ ເພື່ອແນ​ໃສ່​​ສ້າງໃຫ້​ນັກ​ສຶກສາ:

  1. ມີຄວາມພ້ອມໃນຄວາມເປັນຄູ​ແບບມືອາຊີບ, ມີວິໄສທັດ​ທີ່ກວ້າງໄກ ແລະ ມີຈັນ​ຍາ​ບັນ​ທາງ​ດ້ານ​ວິຊາ​ຊີບ​ຄູ; ສອດຄ່ອງກັບ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ.
  2. ມີຄວາມຮູ້ຄວາມສາມາດທາງດ້ານວິຊາຊີບຄູ; ​ສາມາດ​ສອນ ແລະຜັນຂະຍາຍໄດ້ຢ່າງປະສິດຕິພາບ; ໂດຍສະເພາະແມ່ນ ​ຊັ້ນມັດທະຍົມ​ສຶກສາ ​ສະໜອງຄວາມຮູ້ຄວາມສາມາດຕາມພາລະບົດບາດທາງ​ດ້ານ​ວິຊາ​ການ.
  3. ມີຫຼັກໝັ້ນທັດສະນະຄະຕິດີ, ມີຄຸນສົມບັດ, ມີອຸດົມຄະຕິແບບຜູ້ນຳ, ມີທັດສະນະພື້ນຖານທາງດ້ານວິຊາການຄູອັນກ້ວາງຂວາງເພື່ອນຳໃຊ້ຄວາມຮູ້ປະກອບສ່ວນເຂົ້າໃນພາລະກິດຂອງການສຶກສາໂດຍສະເພາະແມ່ນນຳໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນການ ສິດສອນໃນລະດັບມັດທະຍົມສຶກສາໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງ.
  4. ມີຄວາມເຂົ້າໃຈຢ່າງເລິກເຊິ່ງທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອສາມາດອອກຮັບໃຊ້ສັງຄົມ ທັງພາກລັດ ແລະ ເອກະຊົນ ໃຫ້ທັນກັບສະຖານະການໃນປະຈຸບັນ.
  5. ມີຄວາມຮູ້ຄວາມສາມາດ ນຳໄປຈັດຕັ້ງປະຕິບັດການຄົ້ນຄວ້າວິໄຈໃນລະດັບສູງກວ່າໄດ້.

    ແຜນພັດທະນາ:

  1. ສ້າງບຸກຄະລາກອນໃຫ້ເປັນພົນລະເມືອງດີຂອງຊາດ,ມີອຸດົມການສັງຄົມນິຍົມ,ເປັນເຈົ້າຕົນເອງ,ປະກອບດ້ວຍຄວາມຮູ້, ຄວາມສາມາດດ້ານວິຊາສະເພາະກຽມພ້ອມປະກອບສ່ວນພັດທະນາສັງຄົມ.
  2. ດຳເນີນ ແລະ ສົ່ງເສີມການຄົ້ນຄວ້າດ້ານວິທະຍາສາດທຳມະຊາດ ແລະ ວິທະຍາສາດສັງຄົມ.
  3. ສະໜັບສະໜູນ ແລະ ອະນຸລັກຮັກສາວັດທະນະê¿, ຮີດຄອງປະເພນີອັນດີງາມຂອງບັນດາຊົນຊາດຊົນເຜົ່າໃຫ້ໝັ້ນຄົງ.
  4. ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ.

ຍຸດທະສາດ

     ເພື່ອເຮັດໃຫ້ບັນລຸ

  1. ຍົກລະດັບຄວາມສາມາດຂອງພະນັກງານ, ຄູ-ອາຈານ ທາງດ້ານວິຊາສະເພາະ, ດ້ານການບໍລິ ຫານ ແລະ ການຄຸ້ມຄອງວຽກງານ ໃຫ້ເຂົ້າສູ່ມາດຕະຖານ, ມີທັດສະນະຫຼັກໝັ້ນ ແລະ ມີຄຸນສົມ ບັດສິນທຳປະຕິວັດ.
    2. ພັດທະນາຫຼັກສູດຮຽນການ-ການສອນໃຫ້ໄດ້ມາດຕະຖານ, ສອດຄ່ອງກັບສະພາບການພັດທະ ນາເສດຖະ ກິດ-ສັງຄົມ ແລະ ເຊື່ອມໂຍງກັບສາກົນໃນແຕ່ລະໄລຍະ.
    3. ສົ່ງເສີມການຄົ້ນຄວ້າທົດລອງດ້ານວິທະຍາສາດທຳມະຊາດ ແລະ ສັງຄົມ.
    4. ສ້າງ ແລະ ພັດທະນາລະບົບປະກັນຄຸນນະພາບດ້ານບໍລິຫານ ແລະ ວິຊາການ (QA) ໃຫ້ມີຄຸນນະພາບດີຂຶ້ນ.
    5. ຂະຫຍາຍການພົວພັນຮ່ວມມືກັບຂະແໜງການ ແລະ ສະຖາບັນຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ກວ້າງ ຂວາງ ແລະ ໜັກແໜ້ນ.
    6. ສ້າງຂະບວນການເຄື່ອນໄຫວກິດຈະກຳໃຫ້ສອດຄ່ອງຕາມ 5 ຫຼັກມູນຂອງການສຶກສາ. ອະນຸລັກ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ.
  • ພາກວິຊາ ແລະ ສາຂາຮຽນ

            ມາ​ຮອດປະຈຸບັນ ສົກ​ສຶກສາ 2020 – 2021 ຄະນະສຶກສາສາດໄດ້ດຳເນີນການຮຽນ - ການສອນ ປະກອບດ້ວຍ 4 ພາກວິຊາ ຄື: ພາກວິຊາຄູພາສາອັງກິດ, ພາກວິຊາຄູວິທະຍາສາດທໍາມະຊາດ, ພາກວິຊາພາສາຫວຽດນາມ ແລະ ພາກວິຊາຄູພາສາລາວ-ວັນນະຄະດີ. ປະກອບມີ 11 ສາຂາວິຊາລະດັບປະລິນຍາຕີ ແລະ 1  ສາຂາປະລິນຍາໂທຄື:

            ລະດັບປະລິນຍາຕີ:

  1. ສາຂາວິຊາຄູຄະນິດສາດ
  2. ສາຂາວິຊາຄູພາສາລາວ - ວັນນະຄະດີ
  3. ສາຂາວິຊາຄູພາສາອັງກິດ
  4. ພາສາອັງກິດທົ່ວໄປ
  5. ພາສາລາວທົ່ວໄປ
  6. 6. ຕໍ່ເນື່ອງພາສາລາວ
  7. ຕໍ່ເນື່ອງຄະນິດສາດ
  8. ຕໍ່ເນື່ອງພາສາອັງກິດ
  9. ສາຂາວິຊາຄູຟີຊິກສາດ
  10. 10. ສາຂາວິຊາຄູຊີວະສາດ
  11. 11. ສາຂາພາສາວຽດນາມ

      ລະດັບປະລິນຍາໂທ:

  1. ສາຂາວິຊາວິທະຍາສາດການສຶກສາ
  2. ວຽກງານພົວພັນ ແລະ ຮ່ວມມືສາກົນ

       ຄະນະສຶກສາໄດ້ຮັບການຮ່ວມມື ແລະ ຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານວິຊາການຈາກໂຄງການ ELI (English Language Institute) ເຊິ່ງມີອາສາສະໝັກຕ່າງປະເທດມາສອນຊ່ວຍໃນພາກວິຊາພາສາອັງກິດໃນແຕ່ລະສົກຮຽນ ແລະ ຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານວິຊາການຈາກໂຄງການ  ABV (Australia Business Volunteers)  ເພື່ອຂໍອາສາສະໝັກຕ່າງປະເທດມາເຝິກອົບຮົມພາສາອັງກິດໃຫ້ແກ່ພະນັກງານຄູ - ອາຈານ ພາສາອັງກິດ ແລະພະນັກງານໃນທົ່ວມະຫາວິທະຍາໄລ  ຈຳປາສັກນຳອີກ.

  1. ຊ່່ອງທາງການຕິດຕໍ່ຄະນະສຶກສາສາດ:

ເບີໂທຕິດຕໍ່ (85630) 030 9555352

Facebook (ຄະນະສຶກສາສາດ ມະຫາວິທະຍາໄລ ຈຳປາສັກ)

Email: This email address is being protected from spambots. You need JavaScript enabled to view it.

  1. ໂຄງຮ່າງການຈັດຕັ້ງຄະນະສຶກສາສາດ

ແຜນໂຄງຮ່າງການຈັດຕັ້ງຟື້ນຖານ

  1. ຮັກສາການຄະນະບໍດີ 1 ທ່ານ
  2. ຮອງຄະນະບໍດີ: 1 ທ່ານ (ຝ່າຍວິຊາການ)
  3. ຮັກສາການຮອງຄະນະບໍດີ (ຝ່າຍບໍລິຫານ)

ຄະນະສຶກສາສາດປະກອບມີ 4 ພາກວິຊາ, 4 ພະແນກ

     ພາກວິຊາ:

          1. ພາກວິຊາຄູພາສາລາວ-ວັນນະຄະດີ.

          2. ພາກວິຊາຄູຄະນິດສາດ.

          3. ພາກວິຊາຄູພາສາອັງກິດ.

          4. ພາກວິຊາຄູພາສາຫວຽດ

   4 ພະແນກ

          1. ພະແນກວິຊາການ

          2. ພະແນກບໍລິຫານ-ສັງລວມ

          3. ພະແນກຄຸ້ມຄອງນັກສຶກສາ

         4. ພະແນກຄົ້ນຄ້ວາວີທະຍາສາດ ແລະ ບໍລິການວິຊາການ

Comments powered by CComment