ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

 

 ທີ່​ຕັ້ງ  ຫ້ອງ​ເບີ 4 ​ຕຶກ​ສຳ​ນັກ​ງານ​ ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ ຈຳ​ປາ​ສັກ
 ​ຫົວ​ໜ້າ​ຫ້ອງ​ການ  ທ່ານ ທອງປານ ໄຊ​ສົງ​ຄາມ
 ​ຕິດ​ຕໍ່​ພົວ​ພັນ 020 92178711

 

ພາ​ລະ​ບົດ​ບາດ

ຫ້ອງ​ການ​ຄຸ້ມ​ຄອງ​ນັກ​ສຶກ​ສາ​ຂຽນ​ຫຍໍ້ "ຄນ" ມີ​ພາ​ລະ​ບົດ​ບາດ ເປັນ​ເສ​ນາ​ທິ​ການ ໃຫ້​ແກ່​ອະ​ທິ​ການ​ບໍ​ດີ ທາງ​ດ້ານ​ການ​ສຶກ​ສາ​ອົບ​ຮົມ, ຄຸ້ມ​ຄອງ ແລະ ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ ຂອງ​ນັກ​ສຶກ​ສາ ປະ​ກອບ​ມີ 3 ພະ​ແນກ​ຄື:

  • ​ພະ​ແນກ​ກິດ​ຈະ​ກຳ​ນັກ​ສຶກ​ສາ
  • ພະ​ແນກ​ລະ​ບຽບ​ວິ​ໄນ, ຫໍ​ພັກ ແລະ ສະ​ຫວັດ​ດີ​ນັກ​ສຶກ​ສາ
  • ພະ​ແນກ​ປ້ອງ​ກັນ​ທີ່​ຕັ້ງ

ໜ້າ​ທີ່ຫ້ອງການຄຸ້ມຄອງນັກສຶກສາມີໜ້າທີ່ດັ່ງນີ້:

  • ຂຶ້ນແຜນກ່ຽວກັບການສຶກສາອົບຮົມ, ການຄຸ້ມຄອງ ແລະ ເຄື່ອນໄຫວກິດຈະກຳຂອງນັກສຶກສາໃນແຕ່ລະຄະນະ.
  • ເກັບກຳຊີວະປະຫວັດ, ຂໍ້ມູນ, ສະຖິຕິຂອງນັກສຶກສາ.
  • ສ້າງຂໍ້ກຳນົດກົດລະບຽບຕ່າງໆ ໃນການຄຸ້ມຄອງນັກສຶກສາ.
  • ຈັດຕັ້ງເຄື່ອນໄຫວກ່ຽວກັບການສຶກສາອົບຮົມ ໃຫ້ແກ່ນັກສຶກສາ.
  • ຈັດຕັ້ງ ການຮຽນ ການທະຫານ ໃຫ້ແກ່ນັກສືກສາ ຕາມໂຄງການຫຼັກສູດ.
  • ຈັດຕັ້ງການເຄື່ອນໄຫວກ່ຽວກັບວຽກງານປ້ອງກັນເວນຍາມ.
  • ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທີງ.

Comments powered by CComment