ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

 123

 ທີ່​ຕັ້ງ  ຫ້ອງ​ເບີ 5 ​ຕຶກ​ສຳ​ນັກ​ງານ​ ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ ຈຳ​ປາ​ສັກ
 ​ຫົວ​ໜ້າ​ຫ້ອງ​ການ  ​ທ່ານ ພູ​ຂົງ ອິນ​ທະ​ປັນ​ຍາ
 ຕິດ​ຕໍ່​ພົວ​ພັນ  020 22277072

 

ຫ້ອງການວິຊາການຂຽນ​ຫຍໍ້ "ວກ" ເປັນໜຶ່ງໃນຈຳນວນ 7 ຫ້ອງການທີ່ຂຶ້ນກັບສຳນັກງານອະທິການບໍດີ, ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານຮອງອະທິການບໍດີ ຝ່າຍ​ວິ​ຊາ​ການຕາມການມອບໝາຍ ຂອງອະທິການບໍດີ, ປະກອບດ້ວຍ 3 ພະແນກຄື:

  • ພະ​ແນກ​ປະ​ກັນ​ຄຸນ​ນະ​ພາບ ແລະ ປະ​ເມີນ​ຜົນ
  • ພະ​ແນກຫຼັກ​ສູດ ແລະ ໄຊ​ຍະ​ບັດ
  • ພະ​ແນກ​ທະ​ບຽນ ແລະ ສິ່ງ​ພີມ

ພາ​ລະ​ບົດ​ບາດ

ຫ້ອງການວິຊາການ ມີພາລະບົດບາດເປັນເສນາທິການໃຫ້ແກ່ທ່ານອະທິການບໍດີ ມະຫາວິທະຍາໄລ ຈຳ​ປາ​ສັກ ກ່ຽວກັບວຽກງານຄົ້ນຄວ້າ ແລະ ກຳນົດທິດທາງການກໍ່ສ້າງນັກວິຊາການໃນແຕ່ລະຂະແໜງການ ຊີ້ນຳການຄຸ້ມຄອງ, ການຮຽນ-ການສອນ, ກວດກາປະເມີນຜົນການຮຽນ-ການສອນ, ການພັດທະນາຫຫຼັກສູດລະດັບ ອະ​ນຸ​ປະ​ລິນ​ຍາ (ຊັ້ນ​ສູງ) ແລະ ປະລິນຍາຕີ, ຄົ້ນຄວ້ານຳສະເໜີຂໍ້ກຳນົດ, ກົດລະບຽບຕ່າງໆທາງດ້ານວິຊາການ ແລະ ຂໍອະນຸມັດຈາກຂັ້ນເທິງເພື່ອນຳໃຊ້.

Comments powered by CComment