ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

101

 
ວັນທີ 18 ມີນາ 2022 ມະຫາວິທະຍາໄລ ຈຳປາສັກ ໄດ້ເປີດງານວັນນັດພົບແຮງງານຄັ້ງທີ 1 ຂື້ນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ທ່ານ ປະລິນຍາເອກ ບຸນມີ ພອນສະຫວັນ ອະທິການບໍດີມະຫາ ວິທະຍາໄລຈຳປາສັກ ທ່ານ ນາງ ໂຕຊິ ທາກະ ຜູ້ຈັດການພະແນກສົ່ງເສີມຮ່ວມມືດ້ານເສດຖະກິດຂອງອົງການ AOTS ທ່ານ ບຸນຍົງ ສູນທອນ ຜູ້ອຳນວຍການເຂດເສດຖະກິດພິເສດ ແຂວງຈຳປາສັກ ມີບັນດາຫົວໜ່ວຍທຸລະກິດ ແລະ ບໍລິສັດ,ພະນັກງານຄູ-ອາຈານ ແລະ ນັກສຶກສາ ແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ການຈັດງານນັດພົບແຮງງານຄັ້ງນີ້ແມ່ນເປັນຄັ້ງທຳອິດຂອງມະຫາວິທະຍາໄລຈຳປາສັກ ເພື່ອສົ່ງເສີມການຊອກຫາວຽກເຮັດງານທຳ ແລະ ໄດ້ແລກປ່ຽນແບ່ງປັນຄວາມຮູ້ໃຫ້ແກ່ນັກສຶກສາ ທິ່ກຳລັງຈະຮຽນຈົບ ຫຼື ຈົບແລ້ວໄດ້ສຶກສາຂໍ້ມູນຂອງພາກສ່ວນທຸລະກິດ ແລະ ບໍລິສັດຕ່າງໆ ຮຽນຮູ້ການສະໜອງຂໍ້ມູນຄວາມຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ ທັງເປັນການດຶງເອົາຕະຫຼາດແຮງງານ ແລະ ຫົວໜ້ວຍ ແຮງງານມາພົບກັນ ບໍ່ວ່າຈະເປັນວຽກປະຈຳ ວຽກເສີມ ແລະ ການຮັບນັກສຶກສາຝືກງານ ເປີດໂອກາດໃຫ້ຫົວໜ່ວຍທຸລະກິດໄດ້ໃຫ້ຂໍ້ມູນກ່ຽວກັບອົງກອນຂອງຕົນ ເພື່ອເປີດໂອກາດໃຫ້ນັກສຶກສາ ແລະ ບຸກຄົນພາຍນອກທີ່ກຳລັງຊອກຫາວຽກເຮັດງານທຳໄດ້ສຶກສາຂໍ້ມູນພາກສ່ວນທຸລະກິດ ແລະ ບໍລິສັດຕ່າງໆທີ່ເຂົ້າມາຮ່ວມງານສາມາດສະມັກວຽກກັບພາກສ່ວນດັ່ງກ່າວໄດ້ຢ່າງຖືກຕ້ອງ.ພາຍໃນງານຍັງໄດ້ມີຮ້ານວາງສະ ແດງຜະລິດຕະພັນສິນຄ້າຂອງລາວ ແລະ ຍີ່ປຸ່ນຫຼາຍຢ່າງ.
ການຈັດງານນັດພົບແຮງງານຄັ້ງນີ້ ໂດຍພາຍໃຕ້ການສະໜັບສະໜູນດ້ານງົບປະມານຈາກອົງການ AOTS (ສະມາຄົມການຮ່ວມມືດ້ານວິຊາການໃນຕ່າງປະເທດ ແລະ ການຮ່ວມມືແບບຍືນຍົງປະເທດຍີ່ປຸ່ນ)
ແລະອົງການ USAID ໂດຍຜ່ານໂຄງການການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານນັບແຕ່ປີ 2018 ເປັນຕົ້ນມາ ອົງການ AOTS ໄດ້ຊ່ວຍພັດທະນາຊັບພະຍາ
ກອນມະນຸດຂອງມະຫາວິທະຍາໄລຈຳປາສັກ ດ້ວຍການຈັດຫຼັກສູດຝືກອົບຮົມໃຫ້ນັກສຶກສາ ໄດ້ຮຽນຮູ້ທັກສະກ່ຽວກັບທຸຸລະກິດ,ການຄ້າ ແລະ ການລົງທຶນ ໃຫ້ແກ່ນັກສຶກສາ ນອກຈາກນັ້ນຍັງໄດ້ນຳພານັກສຶກສາ
ໄປທັດສະນະສຶກສາ ຢູ່ບໍລິສັດຂອງຍີ່ປຸ່ນທີ່ດຳເນີນທຸລະກິດຢູ່ ສ ປປ ລາວ ເຊິ່ງມີບັນດາຫົວໜ່ວຍທຸລະກິດ ແລະ ບໍລິສັດເຂົ້າຮ່ວມຈຳນວນ 15 ບໍລິສັດ.
ກວດແກ້ ຂ່າວ_ພາບ_ຜູ້ຂຽນ
ໂດຍ:ສາຍສະຫມອນ ພົມມະສຸລິດ

 ພາບ​ບັນ​ຍາ​ກາດ​ໃນ​ງານ

Comments powered by CComment