ຍິນ​ດີ​ຕ້ອນ​ຮັບສູ່ ​ມະ​ຫາວິ​ທະ​ຍາ​ໄລ ຈຳ​ປາ​ສັກ

loen

ຊ່ອງທາງການຕິດຕໍ່ຄະນະກະເສດສາດ-ປ່າໄມ້
  • ໂທ​ລະ​ສັບ: (+856-30) 2828 531
  • ມື​ຖື: (+856-20) 2241 0842; : (+856-20) 5947 5887
  • ແຟັກ: (+856-31) 260 158
  • Face book: faculty of agriculture and forestry -ມຈ
  • Email: This email address is being protected from spambots. You need JavaScript enabled to view it.

||   ກ່ຽວກັບ ຄະນະ ກະເສດສາດ - ປ່າໄມ້   ||

ວິໄສທັດ  ພາລະບົດບາດ

ວິໄສທັດ
 ສ້າງ​ຄະນະ​ກະ​ເສດ​ສາດ ​ແລະ ປ່າ​ໄມ້ ​ໃຫ້​ກາຍ​ເປັນ​ສູນ​ກາງ​ທາງ​ດ້ານ​ການ​ສືກສາ, ການ​ຄົ້ນ​ຄວ້າ​ທົດ​ລອງ​ວິ​ທະຍາ​ສາດ, ການ​ບໍລິການ​ທາງ​ດ້ານ​ວິຊາ​ການ​ແກ່ສັງຄົມ ​ແລະ ການ​ຮ່ວມ​ມື​ທາງ​ດ້ານ​ວິຊາ​ການຢູ່​ໃນ​ອານຸພາກ​ພື້ນ ​ແລະ ສາກົນ.

ພາລະບົດບາດ

 ຄະນະ​ກະ​ເສດ​ສາດ ​ແລະປ່າ​ໄມ້, ຂຽນຊື່ຫຍໍ້​ວ່າ: “ຄກປ” ​ແມ່ນ​ຄະນະ​ວິຊາໜື່ງດ້ານ​ວິຊາ​ການ​ຂອງ​ມະຫາວິທະຍາ​ໄລຈຳປາ​ສັກມີ​ພາລະ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ແກ່ອະທິການ​ບໍດີ ​ໃນ​ການຈັດ​ຕັ້ງ​ການ​ຮຽນ - ການ​ສອນ ​ເພື່ອ​ກໍ່ສ້າງ​ນັກວິຊາການ, ນັກ​ຄົ້ນ​ຄວ້າ ​ແລະ ນັກວິທະຍາສາດ ​ແລະ ​ໃຫ້ການ​ບໍລິການ​ທາງ​ດ້ານ​ວິຊາ​ການ​ແກ່​ສັງຄົມ.

ເປົ້າໝາຍ ຍຸດທະສາດ ແລະ ແຜນພັດທະນາ 

ດ້ານວຽກງານວິຊາການ

ແຜນພັດທະນາຂອງຄະນະກະເສດສາດ ແລະ ປ່າໄມ້ໃນ 10 ປີຕໍ່່ໜ້າ (2020-2030) ມີລາຍລະອຽດດັ່ງນີ້:

ແຜນຂະຫຍາຍ:

  • ສ້າງຫຼັກສູດປະລິນຍາໂທ ດ້ານວິທະຍາສາດສັດ 1 ຫຼັກສູດ ແລະ ຫຼັກສູດ ນາໆຊາດ 1 ອາທິດ ຈໍານວນ 3 ຫຼັກສູດ
  • ແຕ່ປີ 2020 ຮອດ 2025 ຄກປ ຈະຂະຫຍາຍພາກວິຊາຕື່ມອີກ 2 ພາກວິຊາ ຄື: 1. ພາກວິຊາປ່າໄມ້ ແລະ ສິ່ງແວດລ້ອມ, 2. ພາກວິຊາເທັກໂນໂລຢີອາຫານ
  • ຮອດປີ 2030 ຈະຂະຫຍາຍເພີ່ມ 1 ຄະນະວິຊາຄື ຄະນະປ່າໄມ້ ແລະ ສິ່ງແວດລ້ອມ ໂດຍປະກອບມີ 2 ພາກວິຊາຄື: ພາກວິຊາປ່າໄມ້ ແລະ ພາກວິຊາ ສິ່ງແວດລ້ອມ

ແຜນພັດທະນາພື້ນຖານໂຄງລ່າງ

ດ້ານເນື້ອທີ່
ປັດຈຸບັນການແບ່ງຂອບເຂດເນື້ອທີ່ຂອງຄະນະກະເສດສາດ ແລະ ປ່າໄມ້ ຍັງບໍ່ທັນຊັດເຈນ

ແຜນຄວາມຕ້ອງການເນື້ອທີ່ໃຫມ່ທັງຫມົດສໍາລັບ 2 ຄະນະວິຊາແມ່ນ 452 ເຮັກຕາ, ເຊິ່ງແຍກການນໍາໃຊ້ ໃນແຕ່ລະດ້ານດັ່ງລຸ່ມນີ້:

  • ນໍາໃຊ້ເຂົ້າໃນດ້ານປູກຝັງ 120 ເຮັກຕາ (ໃນນີ້ປະກອບມີເນື້ອທີ່ສໍາລັບປູກພືດອຸດສາຫະກໍາ 50 ເຮັກຕາ, ປູກພືດສວນ 30 ເຮັກຕາ, ພືດທັນຍາຫານ 40 ເຮັກຕາ)
  • ນໍາໃຊ້ເຂົ້າໃນດ້ານລ້ຽງສັດ 180 ເຮັກຕາ ໃນນີ້ປະກອບມີເນື້ອທີ່ສໍາລັບເຮັດຄອກແບ້, ຄອກງົວ ແລະ ທົ່ງຫຍ້າ 50 ເຮັກຕາ, ເນື້ອທີ່ສໍາລັບຜະລິດອາຫານສັດ ຄື: ມັນຕົ້ນ 50 ເຮັກຕາ, ກວ້ຍ 10 ເຮັກຕາ, ອ້ອຍ 10 ເຮັກຕາ, ຖົ່ວເຫຼືອງ 10 ເຮັກຕາ, ສາລີອາຫານສັດ 10 ເຮັກຕາ, ເນື້ອທີ່ສໍາລັບປະມົງນ້ໍາຈືດ 30 ເຮັກຕາ, ເນື້ອທີ່ ສໍາລັບສັດຕະວະແພດ 10 ເຮັກຕາ)
  • ນໍາໃຊ້ເຂົ້າໃນດ້ານປ່າໄມ້ ແລະ ສິ່ງແວດລ້ອມ 102 ເຮັກຕາ (ໃນນີ້ປະກອບມີ ເນື້ອທີ່ປູກປ່າ ປະສົມ 80 ເຮັກຕາ, ເນື້ອທີ່ສວນກ້າ 2 ເຮັກຕາ, ເນື້ອທີ່ ສະຖານນີຂີ້ເຫຍື້ອ, ເກັບ ແລະ ລີໄຊເຄິນ 20 ເຮັກຕາ)
  • ສະຫນາມກິລາ ແລະ ທີ່ຕັ້ງອາຄານ 50 ເຮັກຕາ

ດ້ານອາຄານ
ໃນສົກຮຽນ 2019-2020 ນີ້, ອາຄານຮຽນຂອງຄະນະກະເສດສາດ ແລະ ປ່າໄມ້ ແມ່ນມີທັງຫມົດ 3 ຫຼັງ ເປັນອາຄານ 2 ຊັ້ນ ມີຈໍານວນຫ້ອງສໍາລັບຈັດການຮຽນ-ການສອນ ທັງຫມົດ 20 ຫ້ອງ (ຫ້ອງຮຽນລວມ 2 ຫ້ອງ) ເຊິ່ງມີພຽງພໍສໍາລັບສົກຮຽນນີ້.

ແແຜນຄວາມຕ້ອງການອາຄານເພີ່ມ ຈໍານວນ 7 ຫຼັງ ຄື:

  • ອາຄານສໍາລັບຫ້ອງການ 2 ຫຼັງ ຊື່ງປະກອບມີຫ້ອງການສໍາລັບເຮັດວຽກຂອງພະນັກງານ 18 ຫ້ອງ (ຄະນະບໍດີ ແລະ ຮອງ 6 ຫ້ອງ, ພາກວິຊາ 4 ຫ້ອງ ແລະ ພະແນກຕ່າງໆ 8 ຫ້ອງ)
  • ອາຄານສໍາລັບຫ້ອງຮຽນ 2 ຫຼັງ ປະກອບມີ 40 ຫ້ອງ
  • ຫ້ອງຮຽນ 30 ຫ້ອງ
  • ຫໍສະຫມຸດ 2 ຫ້ອງ
  • ສະໂມສອນ ຫຼື ຫ້ອງປະຊຸມໃຫຍ່ 2 ຫ້ອງ
  • ຫ້ອງສໍາລັບເຮັດພາກປະຕິບັດ 6 ຫ້ອງ
  • ອາຄານຫໍພັກສໍາລັບຄູ 1 ຫຼັງ

ທີ່ປຶກສາ ແລະ ການຮ່ວມມືສາກົນ

 

 

ພາກວິຊາ ແລະ ສາຂາຮຽນ

 ຄະນະ ເສດຖະສາດ - ການຄຸ້ມຄອງ ປັດຈຸບັນມີ 2 ພາກວິຊາຄື:

  • ພາກວິຊາ ປູກຝັງ
  • ພາກວິຊາ ລ້ຽງສັດ
ຫຼັກສູດປະລິນຍາຕີ
        • ສາຂາວິຊາ ສັດຕະວະແພດ
        • ສາຂາວິຊາ ລ້ຽງສັດ
        • ສາຂາວິຊາ ການຜະລິດພຶດ
        • ສາຂາວິຊາ ຊັບພະຍາກອນປ່າໄມ້ ແລະ ສິ່ງແວດລ້ອມ
ລະບົບຕໍ່ເນື່ອງປະລິນຍາຕີ
  • ສາຂາວິຊາ ລ້ຽງສັດ
  • ສາຂາວິຊາ ປູກຝັງ
  • ສາຂາວິຊາ ຊັບພະຍາກອນປ່າໄມ້ ແລະ ສິ່ງແວດລ້ອມ
ຫຼັກສູດປະລິຍາໂທ
        • ສາຂາວິຊາ ວິທະຍາສາດສັດ 
        • ສາຂາວິຊາ ການປູກພຶດແບບຍຶນຍົງ 
ມຈ

ໂຄງຮ່າງການຈັດຕັ້ງ ຄະນະ ກະເສດສາດ - ປ່າໄມ້ ມະຫາວິທະຍາໄລ ຈຳປາສັກ

 

Comments powered by CComment